ການຍ້າຍແຜ່ນດິນ - Dr. Souneth Phothisane

ປະຫວັດສາດຄືຂະບວນການເຄື່ອນຕົວຂອງຈິດສຳນຶກຊາດ ໃນແຕ່ລະບາດລ້ຽວແຫ່ງການປ່ຽນແປງ

ທາງສັງຄົມ-ວັດທະນະທັມຢ່າງ ເປັນຂັ້ນຕອນແຫ່ງອະດີດ ປັດຈຸບັນແລະອະນາຄົດທີ່ນັກປະຫວັດສາດ ໄດ້ຕີຄວາມຕາມຂໍ້ມູນຫລັກຖານແລະທິດສະດີຂອງຕົນ

ການຍ້າຍແຜ່ນດິນ

 

laoterritory

ການຍ້າຍແຜ່ນດິນ

ຄັນຕົກປີ ຄ.ສ. 1560 ພຣະເຈົ້າໄຊຍະເຊດຖາທິຣາດກໍ່ຍົກກອງທັບໃຫຍ່ ພ້ອມດ້ວຍ ປະຊາຊົນ ຜູ້ມີໃຈສະຫມັກຢາກລົງມາຢູ່ວຽງຈັນກໍສະເດັດພະຍຸຫະຍາຕຣາມາທີ່ດ່ານຊ້າຍຊຽງຄານ "ຈ.ສ. 922 ປີກົດສັນ ພຣະອົງອົບພະຍົບພຣະຣາຊະວົງສານຸວົງ ເສນາອາມາດຣາຊະບໍຣິພານແລະອັນເຊີນ ເອົາພຣະແກ້ວມໍຣະກົດ ພຣະແຊກຄຳ ກັບພຣະຈັນທະຣະຣັດຕະນະລົງ ເຮືອໄປຕັ້ງຢູ່ເມືອງ ວຽງຈັນເປັນຣາຊະທານີ..."(ເຈົ້າຄຳຫມັ້ນ ວົງກັດຣັດຕະນະ, 2516, 40)

ນິິທານພຣະແຊກຄຳໄດ້ໃຫ້ຣາຍລະອຽດໃນການຍ້າຍເມືອງໄວ້ວ່າ "...ອະຖະ ໃນກາລະ ຍາມນັ້ນ ບັນດິດຕະອາມັດຈາ ອັນວ່າບັນດິດແລະອາມາດທັງຫລາຍ ກາລະເປຕະວາ ໃຫ້ກະທຳແລ້ວ ອຸລະປັງ ຍັງແພອັນໃຫຍ່ ທັບພະສຳພາລາຫິ ດ້ວຍເຄີ່ືອງໄມ້ທັງຫລາຍ ນະທີຍັງ ໃນແມ່ນ້ຳ ອາຫາເປຕະວາ ໃຫ້ນຳມາຍັງດິນຝຸ່ນ ໂອກິລະເປຕະວາ ໃຫ້ຖອກເທໃສ່ ອຸລະເປ ໃນພວງແພ ປະຫາລາເປຕະວາ ໃຫ້ຕົບຕີເສຍໃຫ້ແຈບ ກັດຕະວາ ກະທຳໃຫ້ ເປັນແທ່ນແຜ່ນດິນອັນຮາບພຽງງາມ ກາລາເປຕະວາ ໃຫ້ກະທຳແປງ ມະຫາຄະລັງ ຍັງ ໂຮງຫລັງໃຫຍ່ ສັນນາເປຕະວາ ໃຫ້ກັ້ງບັງມຸງ ສັດທະໂນຫິ ດ້ວຍເຄື່ອງມຸງເຄື່ອງບັງເຄື່ອງກັ້ງ ທັງຫລາຍ ອາຫາລາເປຕະວາ ໃຫ້ນຳມາ ສັບພະໂພຄານິ ຍັງສິ່ງຂອງເຄື່ອງບໍຣິໂພກເສື່ອສາດ ອາສະນະບັນທົມ ແລະເຄີ່ືອງລວາດປູເຄື່ອງບູຊາທັງຫລາຍ ຖະເປນຕິ ກໍໃຫ້ຕັ້ງໄວ້ໃນໂຮງ ທີ່ນັ້ນຫັ້ນແລ ອະຖະ ໃນກາລະຍາມນັ້ນ ບັນດິດຕະອາມັດຈາ ອັນວ່າອາມາດແລະບັນດິດເຈົ້າ ທັງຫລາຍ ຝູງມີຜະຫຍາຍປັນຍາ ອາລາທະນາປັນຕິ ກໍໃຫ້ໄປອັງເຊີນລາດທະນາ ພຣະໄຊຍະເຊດຖາທິຣາຊານັງ ຍັງພຣະໄຊຍະເຊດຖາທິຣາດ ສຸພະມັງຄະລະທິວະເສ ໃນວັນອັນ ປະກອບດ້ວຍຣຶກຫນ່ວຍອັນເປັນມຸງຄຸນອັນດີ ເທວະ ຝູງຂ້າໄຫວ້ມະຫາຣາຊະເຈົ້າ ມະຍັງ ອັນວ່າຝູງຂ້າທັງຫລາຍ ສາທຸ ອັນວ່າດີລະ ຍາຈາມິ ໃນບັດນີ້ ເທໂວ ອັນວ່າມະຫາຣາຊະເຈົ້າ ສິສັງນະຫາຍະຕຸ ກໍຈົ່ງສະເດັດລົງໄປຊຳຣະອາບອົງສົງເກດ ມະຫາອຸລະເປ ໃນພວງແພອັນ ໃຫຍ່ໃນຍາມອັນດີງາມນີ້ ກໍຂ້າເທີ້ນ.

ຕະທາໃນກາລະບັດນັ້ນເມື່ອອາມາດທູນອາລາດທະນາດັ່ງນັ້ນ ເຊຍຍະເຊດຖາທິຣາຊາ ອັນວ່າພຣະເຈົ້າໄຊຍະເຊດຖາທິຣາດ ກໍກ່າວຮັບຄຳອາມາດວ່າ ສາທຸ ດີໆ ຄັນຕະວາ ໄປແລ້ວ ສິສັງນະຫາຍະຕິ    ກໍຊຳຣະອາບອົງສົງເກດ ຕັດຖາອຸລະເປ ໃນພວງແພທີ່ນັ້ນຫັັ້ນແລ ຕະທາ ໃນກາລະຍາມນັ້ນ ປັນທິເຕນະອາມັດຈາ ອັນວ່າບັນດິດແລະເສນາອາມາດທັງຫລາຍ ສັນທາເປຕະວາ ໃຫ້ຕັດແລ້ວ ມະຫາອຸລະປະຣັດຊະການີ ຍັງເຊືອກແພທັງຫລາຍແລ້ວ ອຸໂຄສະຍິສຸງ (ອຸໂຄສະຍຸງໂຄ) ກໍເອີ້ນປ່າວກ່າວຄຳຖວາຍແກ່ພຣະຍາວ່າ ເທວະ ຝູງຂ້າທັ້ງ ຫລາຍໄຫວ້ມະຫາຣາຊະເຈົ້າ ປະຖະວີ ອັນວ່າແຜ່ນດິນ ຄັດຈະສາຕິ ກໍຍ້າຍໄປ ປະຖະວີ ອັນວ່າແຜ່ນດິນ ຄັດຈະສະຕິ ກໍຍ້າຍໄປບັດນີ້ກໍຂ້າແລ ເທວະ ຝູງຂ້າໄຫວ້ມະຫາຣາຊະເຈົ້າ ສາທຸ ອັນວ່າດີໆ ຍາຈາມິ ດັ່ງຝູງຂ້າທັ້ງຫລາຍຈັກຂໍນິມົນ ເທໂວ ອັນວ່າມະຫາຣາຊະເຈົ້າ ຄັດສະຈະຕຸ ກໍຈົ່ງສະເດັດເມືອ ສີສັດຕະນາຄະນະຫຸດຕະນະຄະຣັງ ສູ່ເມືອງສີສັດຕະນາຄະ ນະຫຸດອຸດຕະມະບຸຣີຣາຊະທານີກໍຂ້າເທີ້ນ ອະຖະ ຕະທາ ໃນກາລະຍາມນັ້ນ ເຊຍຍະ ເຊດຖາ ທິຣາຊາ ອັນວ່າພຣະເຈົ້າໄຊຍະເຊດຖາທິຣາດ ອາຫະ ກ່າວວ່າ ໂພນໂຕ ອາມັດຈາ ດູລາອາມາດທັງຫລາຍ ປະຖະວີ ອັນວ່າແຜ່ນດິນ ເຈ ຄັດຈະສະຕິ ກໍແລຍ້າຍໄປແທ້ດັ່ງນັ້ນ ອະຫັງ ອັນວ່າເຮົາກະສັດ ຄະມິຈະສະຕິ ກໍຈັກເມືອ ສີສັດຕະນາຄະນະຫຸດອຸດຕະມະບຸຣີຣາຊະ ທານີ ອິທານິ ໃນກາລະບັດນີ້ແລ ໂສ ເຊຍຍະເຊດຖາທິຣາຊາ ອັນວ່າພຣະເຈົ້າໄຊຍະເຊດ ຖາທິຣາດຕົນນັ້ນ ອາຄັນຕະວາ ມາແລ້ວ ອະວະສິຕະວາ ບໍ່ຢູ່ແລ້ວ ຊວານະຄະເຣ ໃນເມືອງຊະ ວາ ອາທາຍະ ຖືເອົາແລ້ວ ສຸວັນນະສຸຈິ ຈະ ຍັງພຣະແຊກຄຳເຈົ້າກໍດີ ມະຣະກະຕະພຸດ ທະທັນຈະ ຍັງພຣະແກ້ວມໍຣະກົດເຈົ້າກໍດີ ອາຄັນຕະວາ ລ່ອງມາແລ້ວ ກາເລຕະວາ ເພື່ອສະ ເຫວີຍຍັງຣາຊະສົມບັດເປັນເຈົ້າກະສັດ ຈັນທະບຸຣີນະຄະເຣ ໃນວຽງຈັນທະບຸຣີ ...".ການທຳພິທີ ຍ້າຍເມືອງນີ້ຄ້າຍກັບວ່າເປັນປະເພນີສະເພາະຂອງລາວ ເພາະເປັນການຍ້າຍແຜ່ນດິນຈີງ ຄືຂຸດເອົາດິນໄປນຳ ຫລືອາດໄດ້ມາຈາກພິທີການສູດຖອດສູດຖອນໃນການສ້າງສິມກໍເປັນໄດ້ ແຕ່ການສ້າງເມືອງຫລວງນັ້ນກໍຕ້ອງສູດຖອດກ່ອນແລ້ວເອົາດິນໃຫມ່ທີ່ມາວາງລົງໃຫ້ກາຍເປັນເມືອງຫລວງດັ່ງເດີມແຕ່ໃນສະຖານທີ່ໃຫມ່, ພຣະມະຫາກະສັດກໍຄົງປະຕິບັດຕາມປະເພນີ ພຣາມຄືຂຶ້ນສູ່ເຮືອແພຫລືພວງແພແລ້ວທຳພິທີສົງ ສົງແລ້ວທຳພິທີຕັດເຊືອກແລ້ວພວງ ແພກໍໄຫລລົງໃຕ້ແລ້ວເສນາອາມາດຈຶ່ງຂາບທູນວ່າແຜ່ນດິນໄດ້ຍ້າຍແລ້ວ ຈາກນັ້ນພຣະເຈົ້າ ໄຊຍະເຊດຖາທິຣາດຈຶ່ງຮັບຮູ້ວ່າເຮົາກໍຈັກເມືອສູ່ເມືອງສີສັດຕະນາກທີ່ວຽງຈັນ, ທັງໆທີ່ພຣະ ອົງກໍຮູ້ມາກ່ອນ ແຕ່ກໍເຮັດຕາມທຳນຽມພຣາມທຸກປະການ.

ອັນນີ້ແມ່ນການຍ້າຍເມືອງຫລວງຈາກຫລວງພຣະບາງດ້ວຍຂະບວນໃຫຍ່ມາທາງແພ ເພື່ອມາຍັງ ເມືອງວຽງຈັນ, ຕຳນານທີ່ກ່າວເຖີງເລື່ອງນີ້ເປັນຫລັກແມ່ນຕຳນານພຣະບາງ (1564) ຕຳນານພຣະແຊກຄຳ (1564) ແລະຕຳນານພຣະແກ້ວມໍຣະກົດ (1545) ເປັນຕຳນານ ທີ່ແຕ່ງໃນສະໄຫມພຣະເຈົ້າໄຊຍະເຊດຖາທິຣາດ, ທັງ 3 ຕຳນານແຕ່ງເປັນພາສາບາລີ ຕໍ່ມາ ກໍແປຍົກສັບແລະບາງສະບັບແປໂດຍອັດຖະ ແຕ່ພາບລວມກໍສາມາດເຂົ້າໃຈເຫດການໄດ້ ເມື່ອສາມາດປຽບທຽບກັບເຫດການຄ້າຍກັນ, ຕຳນານພຣະບາງແລະພຣະແຊກຄຳແຕ່ງຫລັງ ເຫດການ 3 ປີ ຫລືອາດເລີ່ມແຕ່ງແຕ່ຫລວງພຣະບາງ ແຕ່ມາຂຽນຈົບໃນປີ 1564 ກໍເປັນ ໄດ້ເພາະການຂຽນໃບລານນັ້ນ ຜູ້ຂຽນອາດຢຸດກໍໄດ້ແລ້ວຂຽນຕໍ່, ສ່ວນຕຳນານພຣະແກ້ວ ນັ້ນຂຽນກ່ອນ ແຕ່ມີຜູ້ຂຽນຕໍ່ເຕີມພາຍຫລັງ ອັນນີ້ເປັນລັກສະນະສະເພາະໃນການຈານໃບລານ ຂອງລາວ ແຕ່ກໍໃຫ້ອັດຖະຣົສຂອງເຫດການໄດ້ດີພໍສົມຄວນ.

ເມື່ອຂະບວນການຍ້າຍເມືອງມາຮອດຊຽງຄານແລ້ວ ຂະບວນເຮືອແພສ່ວນຫລາຍ ກໍເລີຍມາວຽງຈັນທັນທີ ຍົກເວັ້ນແຕ່ຄະນະເສນາອາມາດທີ່ຈະເຂົ້າຮ່ວມພິທີສ້າງ ພຣະທາດ ສີສອງຮັກເທົ່ານັ້ນ, ແນ່ນອນວ່າມາຮອດນີ້ຄະນະຈາກວຽງຈັນທີ່ຈັດໄວ້ເພື່ອມາຮັບສະເດັດ ພຣະເຈົ້າໄຊຍະເຊດຖາທິຣາດນັ້ນເປັນຂະບວນເຮືອພຣະທີ່ນັ່ງພິເສດ, ສ່ວນຂະນະທີ່ມາຮັບພຣະ ແກ້ວມໍຣະກົດນັ້ນແລະຂະບວນເສນາອມາດອັນເປັນຂະບວນໃຫຍ່ນັ້ນກໍພາກັນລ່ວງລົງມາວຽງຈັນໂລດ, ເພື່ອເຂົ້າໃຈໃນເຫດການທີ່ດ່ານຊ້າຍນັ້ນ ຜູ້ຂຽນຂໍພາທ່ານເຂົ້າຫາຂໍ້ມູນເສຍກ່ອນ, ຍ້ອນວ່າ ພຣະເຈົ້າໄຊຍະເຊດຖາທິຣາດມາຮ່ວມພິທີເລີ່ມກໍ່ສ້າງເທົ່ານັ້ນ ແຕ່ບໍ່ໄດ້ມາຮ່ວມໃນມື້ ສ້າງສຳເລັດ, ເພາະສະນັ້ນເນື້ອຄວາມຂອງສິລາຈາຣຶກຈຶ່ງເປັນເຫດການໃນປີ 1560.

 

Author: Souneth Phothisane Filed Under:
Article Published Date Hits: 677

 

Locations of visitors to this page