1 ສີງຫາ 2010 ເປັນວັນຄົບຮອບ 450 ປີ - Dr. Souneth Phothisane

ປະຫວັດສາດຄືຂະບວນການເຄື່ອນຕົວຂອງຈິດສຳນຶກຊາດ ໃນແຕ່ລະບາດລ້ຽວແຫ່ງການປ່ຽນແປງ

ທາງສັງຄົມ-ວັດທະນະທັມຢ່າງ ເປັນຂັ້ນຕອນແຫ່ງອະດີດ ປັດຈຸບັນແລະອະນາຄົດທີ່ນັກປະຫວັດສາດ ໄດ້ຕີຄວາມຕາມຂໍ້ມູນຫລັກຖານແລະທິດສະດີຂອງຕົນ

1 ສີງຫາ 2010 ເປັນວັນຄົບຮອບ 450 ປີ

 

IMG 0407

1 ສີງຫາ 2010 ເປັນວັນຄົບຮອບ 450 ປີ

ຈາຣຶກທີ່ວຽງຈັນຂຶ້ນຕົ້ນໄດ້ບອກວ່າ ສະກະວອກນັກສັຕຣະປຸນນະມີ ເກີດອາສະທະອາທິຕະຍະ ວາຣະ ຄືບອກວ່າງານນີ້ທຳຂຶ້ນໃນເດືອນອາສານຫະອັນເປັນວັນເຂົ້າພັນສາ ຄືວັນ 15 ຄ່ຳວັນອາທິດ ເປັນວັນປະກອບພິທີສ້າງພຣະທາດສີສອງຮັກ, ວັນເສົາວັນທີ່ 17 ເມສາ 2010 ນີ້ຂ້າພະເຈົ້າໄດ້ເຂົ້າ ພົບທ່ານໂຄຈອນ ແກ້ວມະນີວົງແລະຂໍພິສູດຕົວອັກສອນ ໃຫ້ຄັກແນ່ວ່າເກີດອາສາທະໃນແຖວທີ ຫນຶ່ງນັ້ນສະກົດແນວໃດແທ້ ກໍເຫັນວ່າຕົວອັກສອນ "ກ" ໃນຄຳວ່າເກີດໃນລັກສະນະທີ່ເລືອນລາງ ຫລາຍເມື່ອທຽບກັບຄຳອື່ນໃນຕົວຈີງອາດເປັນຕົວ "ນ" ຫລາຍກວ່າ ເພາະຄ້າຍກັບຕົວ ນ ໃນຄຳວ່າ ປຸນນະ ທີ່ຢູ່ໃກ້ໆກັນ ເນື່ອງຈາກອັກສອນທັມນັ້ນ ນ ແລະ ກ ຄ້າຍກັນຫລາຍ ຍ້ອນຄວາມເລືອນ ລາງນັ້ນເອງ ຜູ້ອ່ານອາດອ່ານເປັນ ກ ໄດ້ກໍເລີຍກາຍເປັນເກີດ, ຖ້າເປັນ ນ ຄື ນໍເນນ ຈຶ່ງອ່ານເປັນ ເດືອນໄດ້, ສ່ວນການສະກົດນັ້ນ ເປັນຫນັງສືຫນັງຫາ ຄືໃຫ້ຫາອ່ານໃຫ້ຖືກເອົາເອົງ ອັນນີ້ແມ່ນວິທີການ ອັນຫນຶ່ງຂອງອັກ ສອນທັມ ຂ້າພະເຈົ້າຈຶ່ງ ອ່ານເປັນເດືອນກໍໄດ້, ສ່ວນຈາຣຶກຈຳລອງທີ່ດ່ານຊ້າຍ ນັ້ນບໍ່ມີ ຄຳນີ້ເລີຍ, ຄຳນີ້ຈຶ່ງສຳຄັນຫລາຍ, ສ່ວນອັກສອນຂອມນັ້ນ (ຫັນຫນ້າອອກມາດ້ານນອກ) ມີພຽງ 26 ແຖວ, ເນື້ອຫາເຫມືອນກັນ ພາສາດຽວກັນ ແຕ່ການສະກົດເປັນແບບຂອມ ເຊັ່ນປຸນນະມີ ກໍເປັນປູຣະນະມີ, ຕໍ່ມາເປັນເກີດອາສາທະ, ອັກສອນຂະເຫມນກໍເປັນເກີດກໍໃຫ້ຄວາມຫມາຍວ່າຂຶ້ນ ເພາະສຽງເກີດໃນພາສາຂະເຫມນມາຈາກກຳເນີດກໍຫມາຍເຖີງຂຶ້ນ ກໍຄືເກີດເປັນເດືອນອາສາຫະ (ຈາຣຶກໃນປະເທດໄທເລ່ມ 5, ຫໍສະມຸດແຫ່ງຊາດ ກົມສິລະປາກອນ, 2529, ຫນ້າ 292) ແລະຂ້າພະເຈົ້າໄດ້ໃຫ້ຜູ້ຊ່ຽວຊານອັກສອນຂະເຫມນຄືທ່ານ ຣາຊັນ (ຄະນະມະນຸດ, ມມສ.) ມາອ່ານ (7/6/2010)ກໍອ່ານແນວນັ້ນແລະເປັນເດືອນອາສາລະຫະເຫມືອນກັນ). ຂ້າພະເຈົ້າໄດ້ພະຍາຍາມ ປຽບທຽບຈາກເອກະສານ 5 ເຫລັ້ມ,   1. Michel LORRILLARD, Les Chroniques Royales du Laos, 1995, 309-389) 2. Ecole des hautes en Sciences Sociales  Contribution a la Connaissauce  de la Civilisation Laotienne d’apres L’epigraphie du Royaume de Vientiane (Xveme XIXeme Siecles) Tome I, These Pour l Doctorat de Troisieme cycle Presentee Par Pierre Marie GagNeux, 1975, 100-102), 3. ຈາຣຶກໃນປະເທດໄທ ເລ່ມ 5, ຫໍສະມຸດແຫ່ງຊາດ ກົມສິລະປາກອນ, 2529, ຫນ້າ 292); 4. ທະວັດ ປຸນໂນທົກ, ສິລາຈາຣຶກ ອີສານສະໄຫມໄທŒລາວ, ຫນ້າ 434); 5.ໂຄຈອນ ແກ້ວມະນີວົງ,  ສິລາຈາຣຶກສະໄຫມອານາຈັກລ້ານ ຊ້າງກໍຣະນີສຶກສາໃນສະໄຫມພຣະເຈົ້າໄຊຍະເຊດຖາທິຣາດທີ່ມີ ຢູ່ຫໍພຣະແກ້ວວຽງຈັນ, ມຊ., ຄະນະອັກ ສອນສາດ,  ພາກພາສາລາວŒວັນນະຄະດີ, 2001, ຫນ້າ 14); ໃນຕອນທ້າຍຂອງສິລາຈາຣຶກບອກນາລິກາ 4 ບາດ....ສ່ວນຂໍ້ຄວາມ ອື່ນນັ້ນຂາດຫາຍໄປ ແຕ່ຫລັກ ທີ່ດ່ານຊ້າຍຂຶ້ນຕົ້ນບອກພຽງວ່າ ປີວອກ ໂທສົກ ຄືບອກພຽງ ແຕ່ປີ ບໍ່ມີເດືອນ ບໍ່ມີວັນ ຈຶ່ງບໍ່ໃຫ້ຣາຍ ລະອຽດເມື່ອທຽບກັບຫລັກທີ່ວັດ ພຣະແກ້ວວຽງຈັນແລະລົງທ້າຍໄດ້ລະອຽດ ຄືບອກວ່າກະສັດລາວ ໄດ້ຈາກພຣະທາດສີສອງຮັກ ໄປຈັນທະບຸຣີ "ໃນວັນ 6 ເດືອນ 6 ແຮມຄ່ຳ 1 ກໍແລ້ວນາລີກາ 3 ບາດ" ແຕ່ຈາຣຶກວັດພຣະແກ້ວໄດ້ຂໍ້ຄວາມພຽງ "..ນາລິກາ 4 ບາດ" ທີ່ຖືກຕ້ອງນັ້ນການມາສະຫລອງ ພຣະທາດ ພາຍຫລັງສ້າງ ສຳເລັດແລ້ວນັ້ນ ພຣະມະຫາກະສັດທັງສອງບໍ່ໄດ້ມາຮ່ວມສະຫລອງເລີຍ ມີແຕ່ອຸປະຮາດແລະພຣະສົງ ທັງສອງອານາຈັກຮ່ວມກັນສະເຫລີມສະຫລອງໃນປີກຸນ ເບັນຈະສົກ ເດືອນ 6 ຂຶ້ນ 14 ຄ່ຳ, ສະນັ້ນວັນ ທີ່ພຣະຄູລຸນ ບອກໄວ້ຈຶ່ງສັບສົນ ເພາະຂຽນຂຶ້ນໃຫມ່ ອາດມີການ ກ່າຍສືບກັນ ມາຫລາຍທອດ ຈຶ່ງຕົກຫລົ່ນໄດ້ ເພາະເຫັນຊັດວ່າຕໍ່ເຕີມໃນເບື້ອງຕົ້ນແລະລົງທ້າຍກໍຜິດ, ຈຶ່ງຄວນຍຶດຫລັກທີ່ ຫໍພຣະແກ້ວວຽງຈັນໄວ້ກ່ອນ ເພາະເປັນຂອງເດີມແລະເປັນຈີງຄືວັນ ອາສາຫະ ເດືອນແປດ, ເມື່ອແນ່ໃຈວ່າ ເປັນອາສາຫະປີວອກ 1560, ເຮົາກໍຕ້ອງກວດສອບ ຕໍ່ໄປອີກວ່າປີນັ້ນ ເປັນແປດ ດຽວຫລືສອງແປດຫົນ ເພາະແປດສອງຫົນນັ້ນມັກປາກົດໃນທຸກໆສາມປີ, ຂ້າພະເຈົ້າກໍໄປ ເປີດ ເບີ່ງ J.C. Eade, Southeast Asian Ephemeris Solar and Planetary Positions, A.D. 638-2000ກໍປາກົດຊັດເຈນວ່າປີ 1560 ນັ້ນເປັນປີແປດ ສອງຫົນຢ່າງແນ່ນອນ, ເມື່ອເປັນແປດ ສອງຫົນ ຫົນຫລັງກໍເປັນກາງພັນ ສາຖ້າເປັນປີປົກ ກະຕິຊຶ່ງນ້ຳຂອງກຳລັງນອງກໍກົງ ກັບພົງສາວະ ດານທີ່ບອກວ່າສະເດັດມາວຽງຈັນ ທາງພວງແພ ເມື່ອນ້ຳຂອງນອງ.

            ສະນັ້ນ ເມື່ອເຫັນຄວາມຊັດເຈນວ່າອອກຈາກພຣະທາດສີສອງຮັກໃນມື້ແຮມ 1 ຄ່ຳ ເດືອນແປດ ຫົນສອງ, ນາລີກາ 4 ບາດ(ນາລີກາ 4 ບາດ ຫລື ນາລິກາ 3 ບາດນັ້ນບໍ່ໃຫ້ຄວາມຫມາຍ ແຕ່ທຳ ນຽມການເດີນທາງນັ້ນ ອອກແຕ່ເຊົ້າກ່ອນຮຸ່ງ ເຊັ່ນພຣະເຈົ້າສາວັດຖີຍົກພົນກໍເປັນເວລາຮຸ່ງສີ່ນາ ລິກາບາດ, ພຣະຍາພຣະສິມຍົກພົນເພລາທ່ຽງຄືນແລ້ວສອງນາລິກາ ເກົ້າບາດ ຫລືຈາຣຶກວັກ ແດນເມືອງບອກເວລາສ້າງວັດວ່າວັນອັງຄານມື້ຮັບມົດຍາມສອງບາດ, ຍາມກໍ່ສ້າງເປັນຍາມກາງ ເວັນແຕ່ຍາມເດີນທາງເປັນຍາມກາງຄືນ, ປົກກະຕິມື້ຫນຶ່ງມີ 8 ຍາມ, ຄືຍາມກາງຄືນແລະຍາມ ກາງເວັນ, ຍາມ ຫນຶ່ງ ຫລືຫນຶ່ງຍາມແຕ່ 18:00Œ21:00 ຍາມສອງແຕ່ 21:00Œ00:00 ຍາມສາມແຕ່ 00:00Œ03:00 ຍາມສີ່ແຕ່ 03:00Œ06:00 ສະນັ້ນ 1 ຍາມເປັນເວລາ 3 ຊມ. 1 ນາລິກາມີ 10 ບາດ 1 ບາດມີ 6 ນາທີ 1 ນາທີມີ 16 ເພທະນາ, ສ່ວນຍາມອຸບາກອງນັ້ນ ຈະແຍກເປັນກາງເວັນ 5 ຍາມ ກາງຄືນ 5 ຍາມແລະ 1 ຍາມເທົ່າກັບ 2 ນາລິກາ 4 ບາດ ຫລື 2 ຊມ. 24 ນາທີ (1 ບາດເທົ່າກັບ 6 ນາທີ). ກໍຕ້ອງມາຄຳນວນຫາມື້ມາຮອດວຽງຈັນວ່າການເດີນທາງ, ຫມາຍເຖີງອອກແຕ່ເຊົ້າຄືຣະ ຫວ່າງກ່ອນຮຸ່ງ(ເວລາຂຽນເຕັມຈະເປັນເພລານາລິກາຫນຶ່ງຈະຮຸ່ງກັບ 4 ບາດ) ອັນຫມາຍເຖີງ ການເດີນທາງໄກນັ້ນຈະອອກເວລາໃກ້ຮຸ່ງ, ສ່ວນ 3 ບາດ ແລະ 4 ບາດນັ້ນກໍ ຖືວ່າໃກ້ ຄຽງກັນ (ຕົກລົງວ່າອອກແຕ່ເຊົ້າກ່ອນຮຸ່ງ).

          ໃນເມື່ອພຣະອົງຕັດສິນພຣະໄທ ອອກຈາກພຣະທາດສີສອງຮັກກ່ອນຮຸ່ງຕາມສິລາ ຈາຣຶກບອກ ນັ້ນກໍຄືອອກເດີນທາງແຮມ 2 ຄ່ຳ ກໍຕ້ອງມາຮອດເມືອງຊຽງຄານແຮມ 3 ຄ່ຳແລະເສັ້ນທາງໄປ ຫາພຣະທາດສີສອງຮັກນີ້ ຖືໄດ້ວ່າເປັນເສັ້ນທາງທີ່ໄດ້ມາດຕະຖານໃນ ຕອນນັ້ນ ເພາະເປັນເສັ້ນ ທາງຫລັກໃນການຂົນສົ່ງອອກສິນຄ້າອອກຈາກລ້ານຊ້າງໃນແຖບນີ້ ຕັ້ງແຕ່ສະໄຫມພຣະເຈົ້າຫລ້າ ແສນໄຕພຸ້ນ, ສະນັ້ນເສັ້ນທາງນີ້ຈຶ່ງໄປມາສະດວກທີ່ສຸດໃນຕອນນັ້ນ (ຄືຈາກຊຽງຄານມາ ຕາມນ້ຳ ຂອງມານ້ຳເຫືອງແລ້ວກໍນ້ຳຫມັນ, ຈາກນ້ຳຫມັນມານ້ຳ ເຫືອງກໍເປັນທີ່ຮາບຈາກນັ້ນ ເປັນທາງເລາະ ຕາມນ້ຳເຫືອງແລະມາລົງນ້ຳຂອງມາຫາ ເມືອງຊຽງຄານ) ພຣະອົງຕ້ອງໃຊ້ພາຫະນະຊ້າງອັນນີ້ ເປັນປົກກະຕິ ແຕ່ບາງຄັ້ງຈະເປັນມ້າ ເມື່ອຕ້ອງການຄວາມໄວ ແລະແຮມ 4 ຄ່ຳມາລົງເຮືອ ພຣະທີ່ນັ່ງ(ເຮືອຄຳ) ທີ່ນ້ຳຂອງເຊີ່ງກັບ ຊຽງຄານຊຶ່ງຂະບວນເຮືອ ແມ່ນມີການກຽມພ້ອມໄວ້ແລ້ວ ໂດຍເຈົ້າມະຫາອຸປະຮາດເປັນ ຜູ້ຈັດແຈງໄວ້ກ່ອນເປັນແຮມປີ ຈຶ່ງບໍ່ມີອຸປະສັກໃນການເດີນທາງແຕ່ ຢ່າງໃດ ການເດີນທາງ ມາວຽງຈັນ ໂດຍທາງເຮືອຄຳ (ເຮືອພຣະທີ່ນັ່ງທີ່ມີສີພາຍພ້ອມແລ້ວນັ້ນ) ຈະມາຮອດວຽງຈັນ ໃນແຮມ 5 ຄ່ຳແລະເຂົ້າພັກທີ່ຜາມໄຊ ແລະທຳພິທີສະຖາປະນາ ແລະ ຂຶ້ນສະເວີຍເມືອງ ໃນວັນແຮມ 6 ຄ່ຳ ເຫມືອນກັບທີ່ຊຽງໃຫມ່ (ໃນປີ 2010 ເປັນວັນທີ 1 ສີງຫາກົງກັບ ວັນອາທິດ ຖ້າທຳພິທີໃນວັນນີ້ ຈະເຮັດໃຫ້ດວງເມືອງວຽງຈັນເຂັ້ມແຂງຮຸ່ງເຮືອງ ແລະບ້ານ ເມືອງຈະສະຫງົບຮົ່ມເຍັນດີ ເພາະດາວພຣະອາທິດເປັນດາວດີແລະສົ່ງຜົນໃນທາງດີ) ດາວ ອາທິດ (1)ຫມາຍເຖີງຜູ້ນຳ ບຸກຄົນສຳຄັນ ຄົນຊັ້ນສູງ ຜູ້ມີກຽດ ແລະພຣະອາທິດ(1)ເປັນທາດ ໄຟສ່ວນພຣະເສົາ (7) ກໍເປັນດາວທາດໄຟເຫມືອນກັນຈຶ່ງເປັນທາດໄຟຄູ່ຫລືເພີ່ມພະລັງ ສ່ວນ ດາວ ຣາຫູ (8) ໂຄຈອນເປັນກະເສດທີ່ເປັນຄວາມອຸດົມຂອງເມືອງ.ຖ້າພິຈາຣະນາເບີ່ງມະຫາຄຳບອກວັນ ເດືອນປີນັ້ນ (ຢູ່ຫນ້າ 36 ພາກ 5) ຈະເຫັນວ່າມະຫາຄຳຈະໃຫ້ຢູ່ ໃນວົງເລັບທັງຫມົດເຊັ່ນ "ກະບວນ ກອງທັບນຳເຈົ້າເຊດຖາວົງສາໄປຍັງນະຄອນຊຽງໃຫມ່ຮອດຊຽງແສນ ໃນຣະຫວ່າງ ເດືອນກໍຣະກົດ (ເດືອນເກົ້າອອກໃຫມ່ 10 ຄ່ຳຈຸລະສັງກາດ 910) ຄ.ສ. 1548, ໄດ້ພັກແຮມຢູ່ຊຽງແສນ 21 ວັນ, ໄດ້ຍົກອອກຈາກຊຽງແສນໄປຍັງຊຽງຮາຍ, ມາຮອດຊຽງຮາຍໃນວັນພະຫັດເດືອນເກົ້າແຮມເຈັດ ຄ່ຳປະທັບທີ່ຊຽງຣາຍ 9 ວັນ ເຖີງນະຄອນຊຽງໃຫມ່ ຣະຫວ່າງເດືອນສິງຫາປີດຽວກັນ (ວັນພຸດເດືອນ 10 ແຮມ 5 ຄ່ຳຈຸລະສັງກາດ 910)" ສ່ວນເດືອນ 10 ນັ້ນກໍເປັນໄປໄດ້ທີ່ອາດບໍ່ກົງ ເປະເລີຍ ເພາະມັນເຄື່ອນໄດ້ໃນແຕ່ລະປີ ໂດຍສະເພາະຣະຫວ່າງອະທິກະມາດ ກັບປົກກະຕິມາດ, ສະນັ້ນວັນ ສະເຫວີຍຣາດທີ່ຊຽງໃຫມ່ກັບທີ່ວຽງຈັນເປັນວັນດຽວກັນແນ່ນອນ ເພາະຫລັກຖານພົງສາວະດານ ກັບຫລັກຖານຈາກສິລາຈາຣຶກມາກົງກັນພໍດີ ອັນນີ້ເປັນການສັງເຄາະແບບປະຕິມານວິທະຍາ ຂອງຂ້າພະເຈົ້າຜູ້ຂຽນ (ຄຳ ຈຳປາແກ້ວມະນີ,ພາກ 5, 1980,36).

Author: Souneth Phothisane Filed Under:
Article Published Date Hits: 770

 

Locations of visitors to this page