ສິລະປະວັດທະນະທຳ ລຳນ້ຳຂອງ ໃນການ ສ້າງສາຍສຳພັນ ສູ່ປະຊາຄົມອາຊຽນ - Dr. Souneth Phothisane

ປະຫວັດສາດຄືຂະບວນການເຄື່ອນຕົວຂອງຈິດສຳນຶກຊາດ ໃນແຕ່ລະບາດລ້ຽວແຫ່ງການປ່ຽນແປງ

ທາງສັງຄົມ-ວັດທະນະທັມຢ່າງ ເປັນຂັ້ນຕອນແຫ່ງອະດີດ ປັດຈຸບັນແລະອະນາຄົດທີ່ນັກປະຫວັດສາດ ໄດ້ຕີຄວາມຕາມຂໍ້ມູນຫລັກຖານແລະທິດສະດີຂອງຕົນ

ສິລະປະວັດທະນະທຳ ລຳນ້ຳຂອງ ໃນການ ສ້າງສາຍສຳພັນ ສູ່ປະຊາຄົມອາຊຽນ

ການບັນຍາຍພິເສດໃນຫົວຂໍ້
ສິລະປະວັດທະນະທຳລຳນ້ຳຂອງໃນການສ້າງສາຍສຳພັນສູ່ປະຊາຄົມອາຊຽນ
ໂດຍ ດຣ. ສຸເນດ ໂພທິສານ
ອາຈານປະຈຳ ຫລັກສູດສິນລະປະແລະວັດທະນະທັມລຸ່ມນ້ຳຂອງ
ຄະນະສິລະປະກັມສາດ ມະຫາວິທະຍາໄລຂອນແກ່ນ
ວັນອັງຄານທີ່ 3 ກໍຣະກົດ 2012
ນະ ຫໍສິນຫລັກເມືອງ ເທສະບານນະຄອນຂອນແກ່ນ
ໃນງານນິທັດສະການສິລະປະວັດທະນະທັມແຫ່ງລຳນ້ຳຂອງ
Art & Culture of Mekong Exhibition
3-14 July 2012 at LakMuang Gallery Khon Kaen

souneth conference 

ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຮັບກຽດໃຫ້ມາບັນຍາຍໃນຫົວຂໍ້ "ສິລະປະວັດທະນະທັມລຳນ້ຳຂອງໃນການສ້າງສາຍສຳພັນສູ່ປະຊາຄົມອາຊຽນ” ນະ ຫໍສິນຫລັກເມືອງ ເທສະບານນະຄອນຂອນແກ່ນແຫ່ງນີ້
ຂ້າພະເຈົ້າ ໃນນາມພົນລະເມືອງຂອງປະຊາຄົມອາຊຽນ ໂດຍອາຊຽນເກີດຂຶ້ນໃນ ປະເທດໄທ ໃນວັນທີ່ 8 ສິງຫາ 2510 ຈາກນັ້ນອາຊຽນກໍມຸ່ງສ້າງຄວາມເປັນອັນໜຶ່ງອັນດຽວກັນ ຂອງເອເຊັຍຕະເວັນອອກສຽງໃຕ້ມາໂດຍຕະຫລອດ ເພື່ອໃຫ້ອາຊຽນເປັນປຶກແຜ່ນແຫນ້ນຫນາ ເພື່ອນຳໄປສູ່ຄວາມຫມັ້ນຄົງແລະຄວາມຮ່ວມມືໃນ 3 ດ້ານຫລື 3 ເສົາຫລັກໃນປີ 2015 ໄດ້ແກ່

                 1. ປະຊາຄົມການເມືອງອາຊຽນ.
                 2. ປະຊາຄົມເສດຖະກິດອາຊຽນ
                 3. ປະຊາຄົມສັງຄົມແລະວັດທະນະທຳອາຊຽນ

ອາຊຽນມຸ່ງຫວັງປະໂຫຍດຈາກການລວມຕົວກັນເປັນປະຊາຄົມສັງຄົມແລະວັດທະນະ ທັມອາຊຽນເພື່ອໃຫ້ປະຊາຊົນອາຊຽນມີຄວາມຢູ່ດີກິນດີ ປາສະຈາກໂລຄໄພໄຂ້ເຈັບ ມີສິ່ງແວດລ້ອມທີ່ດີແລະມີຄວາມຮູ້ສຶກເປັນໜຶ່ງດຽວກັນ ໂດຍເນັ້ນການສົ່ງເສີມຄວາມຮູ້ ຄວາມເຂົ້າໃຈຣະຫວ່າງປະເທດສະມາຊິກໃນດ້ານຄວາມເຊື່ອມໂຍງທາງປະຫວັດສາດ ມໍຣະດົກທາງວັດ ທະນະທັມແລະອັດຕະລັກຣະດັບພູມິພາກຮ່ວມກັນ

ໃນການເສີມສ້າງຮາກຖານແລະຄວາມເຊື່ອມໂຍງຣະຫວ່າງກັນທີ່ແຂງແກ່ນເພື່ອນຳໄປສູ່ຄວາມເຂົ້າໃຈຂອງການເປັນເພື່ອນເຮືອນທີ່ດີນັ້ນ ຕ້ອງຮູ້ເຂົາຮູ້ເຮົາແລະມີຄວາມຮັບຜິດຊອບຮ່ວມກັນຣະຫວ່າງປະເທດສະມາຊິກພາຍໃຕ້ສັງຄົມທີ່ເອື້ອອາທອນ ໂດຍມີແຜນປະຕິບັດການເພື່ອນຳໄປສູ່ການຈັດຕັ້ງປະຊາຄົມສັງຄົມແລະວັດທະນະທຳອາຊຽນ (ASEAN Socio-Cultural Community - ASCC) ທີ່ໄດ້ກຳນົດກິດຈະກຳໃນຄວາມຮ່ວມມືທີ່ມີປະຊາຊົນເປັນ ສູນກາງໂດຍເນັ້ນຄວາມຮ່ວມມືໃນດ້ານຕ່າງໆ ໄດ້ແກ່

                  1. ການພັດທະນາຊັບຍາກອນມະນຸດ (Human Development)
                  2. ການຄຸ້ມຄອງແລະສະຫວັດດິການສັງຄົມ (Social Welfare and Protection)
                  3. ສິດທິແລະຄວາມຍຸດຕິທັມທາງສັງຄົມ (Social Justice and Rights)
                  4. ຄວາມຍືນຍົງດ້ານສິ່ງແວດລ້ອມ (Ensuring Environmental Sustainability)
                  5. ການສ້າງອັດຕະລັກອາຊຽນ (Building ASEAN Identity)
                  6. ການລົດຊ່ອງວ່າງທາງການພັດທະນາ (Narrowing the Development Gap)

ໂດຍເນັ້ນໃຫ້ມີການສົ່ງເສີມປະຕິສຳພັນຣະຫວ່າງນັກຂຽນ ນັກຄິດແລະສິລະປິນໃນພູມິພາກ ຕະຫລອດຈົນການເສີມສ້າງຈິດສຳນຶກຮູ້ກ່ຽວກັບອາຊຽນໃນພູມິພາກໂດຍສະເພາະໃນຣະດັບປະຊາຊົນ
ໃນຄວາມເປັນຈິງນັ້ນວັດທະນະທັມອາຊຽນມີ 3 ກຸ່ມຄື ກຸ່ມອາຊຽນເໜືອຫລືກຸ່ມລຸ່ມນ້ຳຂອງ (ໄທ ລາວ ຂະເຫມນ ພະມ້າ ວຽດນາມ) ກຸ່ມອາຊຽນໃຕ້ (ມາເລເຊັຍ ອິນໂດນີເຊັຍ ບຣູໄນ ສິງຄະໂປ) ແລະອາຊຽນຕະເວັນອອກ (ຟິລິບປິນ)

ໃນການປະຊຸມຣັດຖະມົນຕຣີອາຊຽນທີ່ກຳກັບດູແລງານດ້ານວັດທະນະທັມແລະສິລະປະ (ASEAN Ministers Responsible for Culture and the Arts - AMCA) ເທື່ອທີ່ 5 ທີ່ສາທາຣະນະຣັດສິງຄະໂປ (ທີ່ມາ: ຄົມຊັດເລິກອອນໄລນ໌ ວັນທີ່ 02-07-2555) ກຸ່ມຣັດຖະມົນຕຣີວັດທະນະທັມອາຊຽນໄດ້ເວົ້າເຖິງແນວທາງການດຳເນີນງານຄວາມຮ່ວມມືດ້ານການ ສົ່ງເສີມອັດຕະລັກອາຊຽນພາຍໃຕ້ກອບພິມຂຽວແຜນງານການຈັດຕັ້ງປະຊາຄົມສັງຄົມແລະວັດທະນະທັມອາຊຽນ (ASCC Blueprint) ແລະການດຳເນີນການຕາມປະຕິນຍາວ່າດ້ວຍເອກະພາບຂອງອາຊຽນໃນຄວາມຫລາກຫລາຍ ທາງວັດທະນະທັມເພື່ອເສີມສ້າງປະຊາຄົມອາຊຽນ (Declaration on ASEAN Unity in Cultural Diversity: Towards Strengthening ASEAN Community).

ໄດ້ແກ່ການສົ່ງເສີມຈິດສຳນຶກໃນຄວາມເປັນອາຊຽນ ການປົກປັກຮັກສາສົ່ງເສີມແລະຫາປະໂຍດຈາກຄວາມຫລາກຫລາຍທາງວັດທະນະທັມຂອງອາຊຽນ ການສົ່ງເສີມອຸດສາຫະກັມ ວັດທະນະທັມສ້າງສັນ ວັດທະນະທັມໃນຖານະເຄື່ອງມືໃນການນຳໄປສູ່ສັງຄົມເອື້ອອາທອນແລະແບ່ງປັນ ການພັດທະນາຊັບຍາກອນມະນຸດ ແລະການສ້າງເຄືອຂ່າຍໃນບໍຣິບົດທາງວັດທະນະທັມ ຮ່ວມມືກັນໃນສາຂາອື່ນໆ ໃນການໃຊ້ວັດທະນະທັມເປັນສື່ໃນການຈັດການໄພພິບັດ ດ້ານມະນຸດສະທັມ ການອະນຸລັກສິ່ງແວດລ້ອມ ການສົ່ງເສີມຄວາມຫລາກຫລາຍທາງ ຊີວະພາບ ການສຶກສາແລະກີລາ

ຈາກນັ້ນທີ່ປະຊຸມໄດ້ພິຈາຣະນາຄວາມຄືບໜ້າໃນການດຳເນີນຄວາມຮ່ວມມືດ້ານວັດທະນະທັມອາຊຽນພາຍໃນພູມິພາກ ແລະກຳນົດປະເດັນສຳຄັນທີ່ຈະດຳເນີນການໃນ 2 ປີຂ້າງໜ້າ ພາຍໃຕ້ກອບປະຕິນຍາອາຊຽນ ວ່າດ້ວຍຄວາມເປັນເອກະພາບໃນຄວາມຫລາກຫລາຍທາງວັດທະນະທັມ (Unity in Diversity) ສູ່ປະຊາຄົມອາຊຽນ ແຜນງານການຈັດຕັ້ງປະຊາຄົມສັງຄົມແລະວັດທະນະທັມອາຊຽນ ແລະແຜນງານຫລັກດ້ານຄວາມເຊື່ອມໂຍງອາຊຽນ ເປັນກົນໄກສຳຄັນທີ່ຈະນຳໄປສູ່ການສ້າງປະຊາຄົມອາຊຽນໃນປີ 2015

ໃນທີ່ປະຊຸມຣັດມົນຖະຕຣີອາຊຽນໄດ້ເຫັນດີກັບການສົ່ງເສີມຄວາມຮ່ວມມືອາຊຽນໃນດ້ານວັດທະນະທັມແລະສິລະປະໂດຍເນັ້ນການພັດທະນາຊັບຍາກອນມະນຸດ ການປົກປ້ອງແລະສົ່ງເສີມມໍຣະດົກວັດທະນະທັມອາຊຽນ ສົ່ງເສີມການພັດທະນາວິສາຫະກິດຂະໜາດກາງແລະຂະໜາດນ້ອຍດ້ານວັດທະນະທັມ ຮວມທັງອຸດສາຫະກັມວັດທະນະທັມສ້າງສັນ

ສ່ວນເຍົາວະຊົນທີ່ປະຊຸມເຫັນວ່າມີຄວາມຈຳເປັນທີ່ຈະຕ້ອງເນັ້ນການມີສ່ວນຮ່ວມຂອງເຍົາວະຊົນໃນງານວັດທະນະທັມໂດຍຜ່ານຊ່ອງທາງຕ່າງໆ ບໍ່ວ່າຈະເປັນສື່ສັງຄົມສະໄໝໃໝ່ ໄດ້ແກ່ ເຟຊະບຸ໊ກ, ທະວິດເຕີຣ໌ ລວມທັງງານອາສາສະໝັກທາງວັດທະນະທັມ, ວິສາຫະກິດທາງວັດທະນະທັມ ການແລກປ່ຽນຣະດັບປະຊາຊົນ ແລະກິດຈະກຳເຊື່ອມໂຍງອື່ນໆ
ໃນການປະຊຸມເທື່ອນີ້ ຣັດຖະມົນຕຣີວັດທະນະທັມຈາກແຕ່ລະປະເທດສະມາຊິກອາຊຽນໄດ້ກ່າວເຖິງກິດຈະກັມ ໂຄງການດ້ານວັດທະນະທັມອາຊຽນ ເຊັ່ນ

1. ບຣູໄນດາລຸດຊາລາມ ສະເໜີການສົ່ງເສີມຍຸດທະສາດການຕລາດສຳລັບເສດຖະກິດສ້າງສັນທາງວັດທະນະທັມຮວມເຖິງການປົກປ້ອງຊັບສິນທາງປັນຍາໃນງານວັດທະນະທັມສ້າງສັນ ຮວມທັງການປົກປັກຮັກສາຄຸນຄ່າທາງວັດທະນະທັມ

2. ອິນໂດນີເຊັຍສະເໜີໃຫ້ດຳເນີນງານຄວາມຮ່ວມມືດ້ານບູຮານຄະດີ ຄື "Homoerectus Occupation in Southeast Asia" ເນື່ອງຈາກຫລາຍປະເທດໃນອາຊຽນເປັນແຫລ່ງກຳເນີດຂອງມະນຸດຍຸກແຮກເລີ່ມ ສະແດງໃຫ້ເຫັນເຖິງອາຣະຍະທັມແລະວິວັດທະນາການຂອງສັງຄົມໃນພູມິພາກອຸສາອາຄະເນ

3. ມາເລເຊັຍສະເໜີການເສີມສ້າງຈິດສຳນຶກໃນວັດທະນະທັມອາຊຽນໃນໝູ່ເຍົາວະຊົນຜ່ານໂຊຊຽນມີເດັຍ ເຊັ່ນ ເຟຊະບຸ໊ກ, ທະວິດເຕີຣ໌ ເປັນຕົ້ນນອກຈາກນັ້ນຍັງສະໜັບສະໜູນການສົ່ງເສີມອຸດສາຫະກັມພາບພະຍົນຂອງອາຊຽນ

ໃນການນຳສະເໜີໃນມື້ນີ້ ຂ້າພະເຈົ້າຈະນຳສະເໜີໃນມຸມວັດທະນະທັມຂອງເສົາຫລັກທີ່3 ເພາະໃນ 3 ເສົາຫລັກນັ້ນເສົາທີ່ 3 ຄືເສົາປະຊາຄົມສັງຄົມແລະວັດທະນະທັມອາຊຽນເປັນເສົາຫລັກທີ່ສຳຄັນທີ່ສຸດທີ່ຈະນຳໄປສູ່ຄວາມສຳເລັດແລະຄວາມຫມັ້ນຄົງຂອງອີກ 2 ເສົາຫລັກເນື່ອງຈາກເສົາທີ່ 3 ນີ້ສາມາດເຊື່ອມໂຍງຄົນໄດ້ ດ້ວຍສິລະປະວັດທະນະທັມ ບໍ່ແມ່ນດ້ວຍຜົນກຳໄຣຫລືວັດຖຸ ເນື່ອງຈາກເປັນເລື່ອງຂອງສິລະປະວັດທະນະທັມ ເປັນເລື່ອງຂອງ ສຸນທຣີຍະພາບ ຄວາມດູດດື່ມແລະຄຸນນະພາບຊຶ່ງ GDP ຫລື ເງີນວັດບໍ່ໄດ້ ເພາະສິລະປະແລະ ວັດທະນະທັມບົ່ງບອກດ້ວຍປະຣິມານຕົວເລກບໍ່ໄດ້ ແຕ່ສິລະປະແລະວັດທະນະທັມເປັນອົງປະກອບທີ່ສຳຄັນຂອງການເປັນມະນຸດໃນສັງຄົມ

ອາຊຽນໃນປັດຈຸບັນ ມີກຳລັງຊື້ຫລາຍຂຶ້ນ ໂດຍສະເພາະໃນກຸ່ມຊົນຊັ້ນກາງ ຊຶ່ງມີຄວາມຕ້ອງການບໍຣິໂພກສິ່ງໃໝ່ໆຫລາຍຂຶ້ນໂດຍມະນຸດຕ້ອງການເສບສິ່ງທີ່ເໜືອກວ່າວັດຖຸ ເສດຖະ ກິດ ຈຶ່ງເປັນຄວາມທ້າທາຍຂອງອາຊຽນວ່າຈະເຮັດແນວໃດໃຫ້ຊົນຊັ້ນຫລ່າງທີ່ຢາກມີຄຸນນະ ພາບຊີວິດທີ່ດີຂອງຕົວເອງໄດ້ຮັບການເກື້ອໜຸນຈາກຊົນຊັ້ນກາງ ເສົາການເມືອງກໍແຕກຕ່າງກັນພາຍປະເທດອາຊຽນ ຍິ່ງກວ່ານັ້ນບາງປະເທດກໍມີການເມືອງພາຍໃນທີ່ຍັງບໍ່ນິ້ງ

ໃນອະດີດວັດທະນະທັມເປັນເລື່ອງຂອງສາສນາ ສິລະປະ ວິຖີຊີວິດຈາຮີດປະເພນີເປັນແຫລ່ງກຳເນີດຂອງອາຣະຍະທັມ ຄວາມຈະເຣີນງອກງາມ ເປັນສິ່ງບົ່ງບອກເຖິງອັດຕະລັກ ອີກທັງຍັງເປັນຮາກເຫງົ້າທີ່ສຳຄັນຂອງຊຸມຊົນແລະປະເທດນັ້ນໆ

ແຕ່ປັດຈຸບັນ ຍ້ອນການພັດທະນາຂອງໂລກແລະກະແສສັງຄົມແລະເສດຖະກິດທີ່ປ່ຽນແປງໄປໂດຍ ມີການເຄື່ອນຍ້າຍຂໍ້ມູນຂ່າວສານຢ່າງບໍ່ມີຂອບເຂດ ວັດທະນະທັມຈຶ່ງ ກາຍເປັນສິ່ງທີ່ຢູ່ໃນທຸກກິດຈະກັມຂອງຄົນໃນສັງຄົມ ບໍ່ວ່າຈະເປັນການເມືອງ ຫລືເສດຖະກິດ ທັງນີ້ວັດທະນະທຳຂອງຊຸມຊົນໜຶ່ງອາດສົ່ງຜົນກະທົບຕໍ່ວັດທະນະທັມຂອງອີກຊຸມຊົນຊຶ່ງຢູ່ໃນອີກມຸມໜຶ່ງຂອງໂລກກໍໄດ້

ດັ່ງນັ້ນ ການດຳເນີນງານດ້ານວັດທະນະທັມໃນຍຸກປັດຈຸບັນຈຶ່ງມີຄວາມຊັບຊ້ອນຫລາຍຍິ່ງຂຶ້ນ ກ່າວຄືຕ້ອງປົກປັກຮັກສາເອກະລັກດັ້ງເດີມ ຄວາມເປັນຕົວຕົນຂອງເຮົາເອງໄວ້ ຂະນະທີ່ຕ້ອງປັບປຸງວິຖີຊີວິດໃຫ້ສອດຄ່ອງກັບກະແສເສດຖະກິດແລະສັງຄົມໃນຍຸກໃໝ່ ແລະດ້ວຍກະແສໂລກໃນປັດຈຸບັນທີ່ເຮັດໃຫ້ປະເທດຕ່າງໆ ຕ້ອງມີການເພິ່ງພາກັນ ຊຶ່ງປະເທດພຽງປະເທດດຽວບໍ່ສາມາດຢູ່ໄດ້ໂດຍລຳພັງ ດັ່ງນັ້ນ ຈຶ່ງຫລີກລ້ຽງບໍ່ໄດ້ທີ່ຈະຕ້ອງມີການເປີດຮັບວັດທະນະທັມ ທີ່ຫລາກຫລາຍແລະແຕກຕ່າງຂອງຊຸມຊົນທີ່ຢູ່ຮອບຕົວ ການລວມຕົວກັນຣະຫວ່າງຊຸມຊົນ ພູມິພາກໃນພື້ນທີ່ໃກ້ຄຽງເຫລົ່ານີ້ເກີດຂຶ້ນໃນກິດຈະກັມທຸກຮູບແບບໃນສັງຄົມບໍ່ພຽງແຄ່ວັດນະທັມ ຫາກແຕ່ຍັງມີການຮວມຕົວກັນດ້ວຍເຫດຜົນຕ່າງໆ ອັນນຳມາຊຶ່ງຄວາມເຂັ້ມແຂງທາງການເມືອງ ເສດຖະກິດ ສັງຄົມ

ດັ່ງນັ້ນເສົາຫລັກທີ່ 3 ຄືວັດທະນະທັມຈຶ່ງເປັນເສົາຫລັກທີ່ສຳຄັນໃນການເຮັດຫນ້າທີ່ປະສານສຳພັນ ຫລືນຳໜ້າໄປກ່ອນເສົາອື່ນໆທີ່ໂດຍສູດ 4 in 1 (ອັດຕະລັກທ້ອງຖິ່ນ-ຊາດ-ລຸ່ມນ້ຳໂຂງ-ອາຊຽນ) ອັນໝາຍເຖິງຄົນໆໜຶ່ງມີ 4 ມິຕິ ຫລື 4 ອັດຕະລັກໃນຄົນຄົນດຽວ
      1.ເຮົາຕ້ອງການສ້າງອັດຕະລັກທາງສິລະປະແລະວັດທະນະທັມທ້ອງຖິ່ນ
      2.ເຮົາຕ້ອງການສ້າງອັດຕະລັກທາງສິລະປະແລະວັດທະນະທັມແຫ່ງຊາດ
      3.ເຮົາຕ້ອງການສ້າງອັດຕະລັກທາງສິລະປະແລະວັດທະນະທັມລຸ່ມນ້ຳຂອງ
      4.ເຮົາຕ້ອງການສ້າງອັດຕະລັກທາງສິນລະປະແລະວັດທະນະທັມອາຊຽນ

ອັດຕະລັກທາງສິລະປະແລະວັດທະນະທັມທ້ອງຖິ່ນ ໃນແຕ່ລະປະເທດມີຄວາມຫລາກຫລາຍທີ່ບໍ່ເໝືອນກັນກໍຄືມີວັດທະນະທັມປະຈຳທ້ອງຖິ່ນຂອງຕົນກໍຄື sub-culture ທີ່ເຮົາຈະຕ້ອງສົ່ງເສີມຄວາມເປັນທ້ອງຖິ່ນ ໃຫ້ເຂັ້ມແຂງຂຶ້ນມາ ຊຶ່ງຈະເຮັດໃຫ້ຄົນທັງຫລາຍໄດ້ຮູ້ເຖິງຄວາມຫລາກຫລາຍແລະຈະຊ່ວຍເສີມສ້າງຄວາມພູູມໃຈໃນທ້ອງຖິ່ນ ໃນຊາດແລະອາຊຽນ ເຊັ່ນສິລະປະວັດທະນະທັມ ປະຫວັດສາດ ພາສາຊາດ ພາສາຖິ່ນຊຶ່ງໃນຫລາຍປະເທດທີ່ມີວັດທະນະທັມຫລັກມັກຈະເພີກເສີຍກັບວັດທະນະທັມຍ່ອຍຂອງແຕ່ລະທ້ອງຖິ່ນແລະພູມິພາກຂອງຕົນ

ອັດຕະລັກທາງສິລະປະແລະວັດທະນະທັມແຫ່ງຊາດ ຫລືວັດທະນະທັມໃນຣະດັບຊາດນັ້ນ ໃນແຕ່ລະປະເທດກໍໄດ້ສົ່ງເສີມກັນຢູ່ແລ້ວ ກໍບໍ່ໜ້າເປັນຫ່ວງເທົ່າກັບທ້ອງຖິ່ນ ແຕ່ວັດທະ ນະທັມຣະດັບຊາດນີ້ ໃນແຕ່ລະປະເທດຂອງປະຊາຄົມອາຊຽນ ກໍມີສິ່ງທີ່ຈະຕ້ອງຣະມັດຣະວັງໃຫ້ເປັນແນວດຽວກັນ ຫລືໃຫ້ສະແຫວງຈຸດຮ່ວມສະຫງວນຈຸດຕ່າງ ເຊັ່ນ ສິລະປະວັດທະນະທັມ ສາສນາ ປະຫວັດສາດ ການເມືອງ ເປັນຕົ້ນ

ອັດຕະລັກທາງສິລະປະແລະວັດທະນະທັມລຸ່ມນ້ຳໂຂງ ໃນຣະດັບທີ່ 3 ເປັນຣະດັບທີ່ເປັນພູມິພາກ ຫລືພູມິພາກລຸ່ມແມ່ນ້ຳຂອງ ອັນປະເທດໃນແຖບນີ້ຕ້ອງສະແຫວງຫາຈຸດຮ່ວມກັນໃຫ້ໄດ້ ໂດຍສະເພາະຄວາມສຳພັນຂ້າມວັດທະນະທັມໃນພູມິພາກລຸ່ມນ້ຳຂອງ ທີ່ປະຊາຊົນລຸ່ມນ້ຳຂອງມີນຳກັນ ເຊັ່ນວັນນະກຳເລື່ອງສັງສິນໄຊ ທີ່ທັງລາວແລະໄທມີຮ່ວມກັນ ພາສາ ວັດທະນະ ທັມປະເພນີອີກຫລາຍຢ່າງທີ່ມີຮ່ວມກັນທີ່ຄວນສົ່ງເສີມໃນຣະດັບພູມິພາກ
ຖ້າເວົ້າໃນວັດທະນະທັມ 4 ໝວດ:
      1. ຊີວິດວັດທະນະທັມ ຄືການດຳເນີນຊີວິດຂອງຊາວລຸ່ມນ້ຳຂອງຄ້າຍກັນເພາະມີພູມິສາດດຽວກັນ ການດຳເນີນຊີວິດຈຶ່ງບໍ່ແຕກຕ່າງກັນຫລາຍ ໂດຍສະເພາະດ້ານປັດໄຈ 4 ອາຫານການກິນຂອງລຸ່ມນ້ຳຂອງກໍບໍ່ແຕກຕ່າງກັນຫລາຍ ຫລືໄປນຳກັນໄດ້ ຍິ່ງສອງຝັ່ງຂອງໄທລາວຍິ່ງບໍ່ແຕກຕ່າງກັນເລີຍ
      2. ປະເພນີຕ່າງໆກໍບໍ່ແຕກຕ່າງກັນຫລາຍ ເຊັ່ນປະເພນີສົງການຂອງໄທ ລາວ ພະມ້າ ຂະເຫມນແລະວຽດນາມບາງສ່ວນກໍເປັນອັນໜຶ່ງອັນດຽວກັນ ການບູຊາພຣະທາດສອງຝັ່ງຂອງ ການແຂ່ງເຮືອສອງຝັ່ງຂອງ ແລະປະເພນີທາງສາສນາເກືອບຈະເປັນອັນດຽວກັນ
      3. ດ້ານພາສາ (ພະມ້າ ຂະເຫມນໄທ ລາວ) ມີທີ່ມາຂອງຕົວອັກສອນທີ່ຄ້າຍຄຶງກັນ ໂດຍໄດ້ຮັບອິດທິພົນມາຈາກບາລີສັນສະກຣິດ ດ້ານວັນນະກັມກໍມີທີ່ມາຈາກພຸດທະສາສນາຄືກັນ ສະເພາະເລື່ອງສິນໄຊກໍໄດ້ກາຍເປັນຂອງສອງຝັ່ງຂອງໄປແລ້ວ ດ້ານປະຫວັດສາດກໍມີຄວາມກ່ຽວພັນທັງສອງຝັ່ງໂຂງເຊັ່ນສະໄໝພຣະເຈົ້າໄຊຍະເຊດຖາທິຣາດເປັນຕົ້ນ
      4. ດ້ານນາຕະສິລ ດົນຕຣີ ການສະແດງ ການຣ່າຍຣຳ ຂອງໄທລາວຂະເຂຫມນມີຄວາມຄ້າຍຄຶງກັນຫລາຍ ລວມທັງເລື່ອງດົນຕຣີກໍໄດ້ຮັບອິດທິພົນຊຶ່ງກັນແລະກັນ ມີແຕ່ການປັບປ່ຽນໃຫ້ເຂົ້າກັບວັດທະນະທັມປະເພນີຂອງປະເທດນັ້ນໆ ດ້ານສິລະປະເຊັ່ນສະຖາປັດຍະກັມ ປະຕິມາກັມ ວິຈິຕະກັມ ທັດສະນະສິລກໍຄ້າຍກັນ

ອັດຕະລັກທາງສິລະປະແລະວັດທະນະທັມອາຊຽນ ທີ່ເຮົາສາມາດຮ່ວມມືກັນສ້າງໄດ້ໃນຫລາຍໆເລື່ອງ ເຊັ່ນຣາມະກຽນທີ່ຈະນຳໄປສູ່ອັດຕະລັກອາຊຽນໄດ້ ເພາະເປັນສິ່ງທີ່ບັນພະບຸຣຸດສັ່ງສົມມາ ເປັນມໍຣະດົກທີ່ຕ່າງຝ່າຍຕ່າງກໍມີເປັນຂອງຕົວເອງ ບາງປະເທດເຖິງກັບຂັດແຍ້ງກັນວ່າມໍຣະດົກທາງວັດທະນະທັມນັ້ນເປັນຂອງຕົນ ເພາະສິ່ງນີ້ຄືທຸນທາງສັງຄົມວັດທະນະທັມ (social culture capital) ທີ່ສຳຄັນ ດັ່ງນັ້ນເຮັດແນວໃດໃຫ້ຊັບພະຍາກອນນີ້ເພີ່ມພູນ ເຮັດແນວໃດໃຫ້ມີຄວາມຮູ້ສຶກຈິດສຳນຶກເປັນອັນໜຶ່ງອັນດຽວກັນ ມີອະນາຄົດຮ່ວມກັນແລະຜູກພັນກັນເພື່ອນຳໄປສູ່ປະຊາຄົມສັງຄົມແລະວັດທະນະທັມອາຊຽນ

ໃນຄວາມເປັນຈິງນັ້ນອາຊຽນໄດ້ຮັບ Indic Culture ຮ່ວມກັນເມື່ອຄັ້ງແຕ່ກ່ອນແຕ່ກີ້ບໍ່ຕ່ຳກວ່າ 6 ຢ່າງ ເຊັ່ນກົດໝາຍ (ພຣະທຳນູສາຕ) ການປົກຄອງ (ເທວະຣາດ) ອັກສອນພາສາ (ເທວະນາຄີ) ວັນນະກັມ (ຣາມາຍະນະແລະມະຫາພາຣະຕະ) ສິລະປະ (ທ່າຣຳ) ສະຖາປັດ (ອາຄານສະຖານທີ່)

ຖ້າຖອຍກັບຍ້ອນໄປກ່ອນປະຫວັດສາດອີກກໍມີຄ້ອງບັ້ງຫລືກອງມະໂຫຣະທຶກ ເຄື່ອງມືຫິນ ການກະເສດ

ດັ່ງນັ້ນທັງ 4 ມິຕິ ຫລື 4 ອັດຕະລັກນີ້ຫາກຮັກສາເອົາໄວ້ໄດ້ແລ້ວກໍຈະເຮັດໃຫ້ເກີດຄວາມສວຍງາມ ໜ້າຮັກ ອ່ອນຫວານຕະການຕາ ມີສເຫນ່ຈັບໃຈເພາະມີຄວາມຫລາກຫລາຍແຕກຕ່າງຢ່າງມີເອກະລັກ ຈຶ່ງບໍ່ຄວນມອງວ່າສິ່ງເຫລົ້ານີ້ຈະໄປຂັດແຍ້ງກັບຄວາມຫມັ້ນຄົງ ຄວາມສາມັກຄີ ແລະຄວາມເປັນອັນໜຶ່ງອັນດຽວກັນ ເພາະຫລາຍປະເທດສ້າງມາຈາກວັດທະນະທັມທີ່ຫລາກຫລາຍ ເຊັ່ນ ປະເທດອະເມຣິກາ ສິງຄະໂປ ມາເລເຊຍ ບໍ່ໄດ້ເກີດຈາກເຊື້ອຊາດດຽວ ແຕ່ເປັນສັງຄົມສາຍຮຸ້ງມີທຸກສີສັນ ເໝືອນແຈກັນທີ່ສວຍງາມເພາະມີດອກໄມ້ຫລາຍສີ

ດັ່ງນັ້ນ ຄວາມເປັນອັນໜຶ່ງອັນດຽວກັນ ຄວາມມີສະຖຽນຣະພາບ ຄວາມຮັກຊາດ ບໍ່ໄດ້ເຮັດໃຫ້ຄົນເໝືອນກັນໝົດ ການເຮັດໃຫ້ຄົນສະດວກ ສະບາຍທີ່ຈະສະແດງວັດທະນະທັມຕາມອັດຕະລັກຂອງຕົວເອງນັ້ນຕ່າງຫາກທີ່ເປັນຫລັກປະກັນຄວາມຫມັ້ນຄົງໃນການຢູ່ຮ່ວມກັນຢ່າງສັນຕິ ແລະທີ່ສຳຄັນທີ່ສຸດຄືວັດທະນະທັມທ້ອງຖິ່ນນີ້ ເປັນສິ່ງທີ່ສາມາດຂາຍໃຫ້ນັກທ່ອງທ່ຽວໄດ້ແລະເປັນສີສັນໃນການສ້າງປະຊາຄົມອາຊຽນ

ສະນັ້ນສິນລະປະແລະວັດທະນະທັມທີ່ຫລາກຫລາຍໃນຣະດັບຕ່າງໆ ຈຶ່ງມີຄວາມສຳຄັນຫລາຍ ເພາະເມື່ອໃດທີ່ປະເທດໃດບໍ່ມີຄວາມຫລາກຫລາຍ ຫລື ເມື່ອໃດທີ່ອາຊຽນເດີນໜ້າຜັກດັນໃຫ້ຄົນຄືກັນຫມົດ ເມື່ອນັ້ນອາຊຽນກໍຈະໝົດສະເຫນ່ແລະຍັງນຳໄປສູ່ຄວາມຂັດແຍ້ງແລະຄວາມຮຸນແຮງຕ່າງໆ ດັ່ງນັ້ນ ປະຊາຄົມສັງຄົມແລະວັດທະນະທັມອາຊຽນ ຈຶ່ງຕ້ອງສົ່ງເສີມ ສະໜັບສະໜູນຄວາມຫລາກຫລາຍແລະສ້າງສັນເຮັດໃຫ້ເກີດຜະລິດຜົນທາງວັດທະນະທັມຊຶ່ງສາມາດເຮັດໃຫ້ການທ່ອງທ່ຽວທີ່ສາມາດຂາຍໄດ້ ເຊັ່ນອາຫານໃນພູມິພາກຕ່າງໆ ຕ້ອງມີການຂັບເຄື້ອນໃນການສ້າງສັນຈາກແຕ່ລະຫນ່ວຍວັດທະນະທັມຕ່າງໆ

ຄວາມຫລາກຫລາຍຄືຈຸດເລີ່ມຕົ້ນຂອງຄວາມຄິດສ້າງສັນ (creativity) ຕ້ອງປັບໃຊ້ (adapt adopt) ໃຫ້ເຂົ້າກັບເຮົາ ແລ້ວສ້າງສັນສິ່ງໃໝ່ໆຕໍ່ຍອດຈາກຖານທີ່ຫລາກຫລາຍ ຈະດີກວ່າຕໍ່ຍອດສິ່ງທີ່ລວມໃຫ້ເຫລືອພຽງໜຶ່ງຫລືສອງຢ່າງເຊັ່ນພັນພືດ ຖ້າມີຄວາມຫລາກຫລາຍກໍຈະໄດ້ສິ່ງໃໝ່ໆທີ່ດີຫລາຍຂຶ້ນ ເປັນຄວາມຫລາກຫລາຍທາງຊີວະພາບ (bio-diversity)

ວັດທະນະທັມກໍເຊັ່ນດຽວກັນ ຕ້ອງຮັກສາຄວາມແຕກຕ່າງຫລາກຫລາຍເອົາໄວ້ ຈະນຳມາໃຊ້ເປັນສິນຄ້າທາງການທ່ອງທ່ຽວກໍບໍ່ເປັນຫຍັງ ແຕ່ຕ້ອງລະວັງເລື່ອງສິດທິເສລີພາບ ໂດຍຫາຈຸດແລກປ່ຽນທີ່ສົມດຸນເໝາະສົມ ສິລະປະວັດທະນະທັມຈ່ຶງຄວນມີການສົ່ງເສີມຮັກສາໄວ້ໃຫ້ເຂົາເຂົ້າໄປເຫັນຄຸນຄ່າ (appreciate)ແລ້ວປ່ອຍໃຫ້ພວກເຂົາ ພັດທະນາຊ່ວຍເຫລືອຕົວເອງ ຊຶ່ງວິທະຍາສາດແລະເຕັກໂນໂລຍີຈະຊ່ວຍເປັນພະລັງໃຫ້

ສະຣຸບຕາມ key word ສຳຄັນ 3 ຕົວຄື ສິລະປະວັດທະນະທັມ ລຳນ້ຳຂອງ ແລະ ອາ ຊຽນແລ້ວ, ສິລະປະວັດທະນະທັມຫມາຍເຖີງເອກະພາບໃນຄວາມຕ່າງໃນເສົາທີ 3, ລຳນ້ຳ ຂອງ ຫມາຍປະເທດໃນລຸ່ມນ້ຳຂອງ 5 ປະເທດມີລາວ ໄທ ມຽນມ້າ ວຽດນາມແລະກັມພູຊາ ແລະວັດທະນະທັມອາຊຽນ ຫມາຍເຖີງວັດທະນະທັມ 4 ຊັ້ນ 3 ຊັ້ນເປັນຄວາມຫລາກຫລາຍ ແລະ 1 ຊັ້ນເປັນເອກະພາບ.

ສຸດທ້າຍຂໍຝາກຮູບແບບຄວາມສຳພັນໃນສັງຄົມຂອງ Allport (1954 cited in Klein, 1992:10) ນັກຈິດວິທະຍາຊາວອະເມຣິກາໄດ້ພັດທະນາລຳດັບຂັ້ນຂອງຄວາມສຳພັນທາງສັງຄົມຂອງມະນຸດໄວ້ 8 ຂັ້ນ ຈາກລຳດັບຕ່ຳສຸດຄື ຄວາມສຳພັນແບບມຸ່ງຮ້າຍ (Hostile) ຈົນໄປສູ່ຄວາມສຳພັນສູງສຸດຄື ຄວາມສຳພັນແບບເປັນມິດ (Friendly) ດັ່ງຣາຍລະອຽດຕໍ່ໄປນີ້ - ຄວາມເປັນມິດ (Friendly) - ການຮ່ວມມື (Cooperation) - ການຍອມຮັບ (Respect) - ການອົດທົນອົດກັ້ນ (Tolerance) - ການກ່ຽວຂ້ອງສຳພັນສະເພາະບາງຄົນ (Predilection) - ການມີອະຄະຕິ (Prejudice) - ການແບ່ງພັກແບ່ງພວກ (Discrimination) - ແບບມຸ່ງຮ້າຍ (Hostile) ໂດຍເຮົາຢຶດ 4 ຕົວຕົ້ນແລະຕັດ 4 ຕົວຫລັງອອກ ເສັ້ນທາງໄປສູ່ອາຊຽນກໍຈະງ່າຍຂຶ້ນ ແລະຂໍຝາກໄວ້ອີກວ່າ ເມື່ອໃດການໃຊ້ອຳນາດເກີນຂອບເຂດ ວັດທະນະທັມຈະເຕືອນເຮົາ (Whenever power corrupts, poetry reminds) ຫລື ວັດທະນະທັມຈະເຕືອນທ່ານເມື່ອ ທ່ານເກີນເລີຍຫລືເກີນພໍດີ.


ຂອບໃຈ

Author: Souneth Phothisane Filed Under:
Article Published Date Hits: 1420

 

Locations of visitors to this page