ຄຸນຄ່າມໍຣະດົກ ວັດທະນະທັມ ທາງດ້ານວັດຖຸ ເພ່ືອພັດທະນາ ປະເທດຊາດ - Dr. Souneth Phothisane

ປະຫວັດສາດຄືຂະບວນການເຄື່ອນຕົວຂອງຈິດສຳນຶກຊາດ ໃນແຕ່ລະບາດລ້ຽວແຫ່ງການປ່ຽນແປງ

ທາງສັງຄົມ-ວັດທະນະທັມຢ່າງ ເປັນຂັ້ນຕອນແຫ່ງອະດີດ ປັດຈຸບັນແລະອະນາຄົດທີ່ນັກປະຫວັດສາດ ໄດ້ຕີຄວາມຕາມຂໍ້ມູນຫລັກຖານແລະທິດສະດີຂອງຕົນ

ຄຸນຄ່າມໍຣະດົກ ວັດທະນະທັມ ທາງດ້ານວັດຖຸ ເພ່ືອພັດທະນາ ປະເທດຊາດ

ຄຸນຄ່າມໍຣະດົກວັດທະນະທັມທາງດ້ານວັດຖຸເພ່ືອພັດທະນາປະເທດຊາດ
ໂດຍ ດຣ.ສຸເນດ ໂພທິສານ

ອາຈານຄະນະສິລະປະກັມສາດ ມະຫາວິທະຍາໄລຂອນແກ່ນ
ສະເຫນີໃນກອງປະຊຸມສຳມະນາ ສິດທິມະນຸດກັບຄວາມຫລາກຫລາຍທາງວັດທະນະທັມ
ນາປາກກວາງ ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ 12-13 ມັງກອນ 2012

ເບື້ອງຕົ້ນຈະຕ້ອງເຂົ້າໃຈໃນລັກສະນະຂອງວັດທະນະທັມເສຍກ່ອນວ່າ ວັດທະນະທຳໂດຍລວມມີລັກສະນະສຳຄັນດັ່ງຕໍ່ໄປນີ້ຄື
1. ວັດທະນະທຳເກີດຈາກສັ່ງສົມສະສົມຮຽນຮູ້ຂອງມະນຸດ (ແຕ່ບໍ່ແມ່ນສິ່ງທີ່ຕິດຕົວມາແບບພັນທຸກັມ) ເຊັ່ນມະນຸດສ້າງທີ່ຢູ່ອາໄສຂອງຕົນແມ່ນເກີດ ຈາກການຮຽນຮູ້ຂອງສະມາຊິກ ໃນສັງຄົມຂອງຕົນ ບໍ່ເຫມືອນເຜີ້ງເຮັດຮັງແມ່ນເຮັດໂດຍສັນຊາດຕະຍານທີ່ເປັນໄປເອງຕາມທັມມະຊາດ ໂດຍບໍ່ຕ້ອງມີການຮຽນຮູ້ຫລືສັ່ງສອນ ສະນັ້ນວັດທະນະທັມລາວແມ່ນ ຄົນລາວໄດ້ມາຈາກການ ສັ່ງສົມແລະສັ່ງ ສອນຈາກບັນພະບຸຣຸດລາວ,
2. ວັດທະນະທັມເປັນມໍຣະດົກຂອງສັງຄົມ ເພາະວັດທະນະທັມເປັນຜົນຂອງການຖ່າຍທອດແລະການຮຽນຮູ້ຈາກສະມາຊິກຣຸ້ນໜຶ່ງ ໄປສູ່ສະມາຊິກອີກຣຸ້ນຫນ່ຶງໃນສັງຄົມການຖ່າຍທອດນັ້ນຕ້ອງໃຊ້ເວລາແລະມີພາສາເປັນສື່ກາງທີ່ຊ່ວຍໃຫ້ມະນຸດໄດ້ສະແດງຄວາມຮູ້ສຶກ ແລະສາມາດເຂົ້າໃຈຜູ້ອື່ນໄດ້ ແລະພາສາກໍຊ່ວຍໃຫ້ການຖ່າຍທອດວັດທະນະທັມສືບຕໍ່ມາເປັນມໍຣະດົກທາງສັງຄົມ ຖ້າພາສາຫາຍໄປຄວາມສຳຄັນຂອງສ່ິງນັ້ນກໍຫາຍໄປ,
3. ວັດທະນະທັມເປັນແບບ ແຜນໃນການດຳເນີນຊີວິດ ທີ່ບຸກຄົນທີ່ເກີດໃນສັງຄົມນັ້ນ ຕ້ອງຮຽນຮູ້ວັດທະນະທັມຂອງສັງຄົມຂອງຕົນຊຶ່ງແຕກຕ່າງກັນໄປຕາມແຕ່ລະສັງ ຄົມ ບໍ່ສາມາດນຳມາປຽບທຽບ ໄດ້ວ່າວັດທະນະທັມຂອງໃຜຈະດີກວ່າກັນ ເພາະແຕ່ລະວັດທະນະທັມຍ່ອມມີຄວາມເໝາະສົມຕາມສະພາບແວດລ້ອມຂອງແຕ່ລະສັງຄົມ ເຊັ່ນ ວັດທະນະທັມລາວກໍມີປະຫວັດຄວາມເປັນມາແລະແບບແຜນການດຳເນີນຊີວິດແບບລາວບໍ່ວ່າດ້ານການແຕ່ງກາຍ ອາຫານການກິນ ຄວາມເປັນຢູ່ ສຸຂະພາບອະນາໄມ ຊຶ່ງແຕກຕ່າງຈາກວັດທະນະທັມຂອງປະເທດອ່ືນໆ ດັ່ງນັ້ນວິຖີຊີວິດຂອງຄົນລາວຈຶ່ງເປັນແບບລາວ,
4. ວັດທະນະທັມເປັນສິ່ງທີ່ປ່ຽນແປງໄດ້ ເພາະວ່າໂລກມີພັດທະນາການໄປເລື້ອຍໆດ້ວຍການຄິດຄົ້ນສິ່ງໃໝ່ໆ ຫລືປັບປຸງຂອງເດີມໃຫ້ເໝາະສົມທັນ ສະໄຫມແລະເຂົ້າກັບສະຖານນະການທີ່ ປ່ຽນແປງໄປຕາມກາລະເທສະ ຈຶ່ງເຮັດໃຫ້ວັດທະນະທຳມີການປ່ຽນແປງຢູ່ສະເໝີ,
5. ວັດທະນະທັມມີລັກ ສະນະເປັນການສະແດງເຖິງຮູບແບບຂອງຄວາມຄິດ ໃນການສະແດງ ພຶດຕິກຳຂອງມະນຸດ ສະນັ້ນວັດທະ ນະທັມທີ່ເປັນວັດຖຸທີ່ເຮົາເຫັນນັ້ນ ເປັນຜົນມາຈາກຄວາມຄິດຄວາມ ເຊ່ືອຄວາມເຂົ້າໃຈໂດຍທີ່ສະມາຊິກ ໃນສັງຄົມໄດ້ຮັບຮູ້ຮ່ວມກັນຕາມແນວຄິດນັ້ນ,
6. ວັດທະນະທັມແມ່ນຄຸນຄ່າທາງມໍຣະດົກຂອງຊາດ ບໍ່ແມ່ນເປັນຂອງຜູ້ໃດຜູ້ໜຶ່ງໂດຍສະເພາະ ແຕ່ແມ່ນເປັນຂອງສ່ວນລວມ ຊຶ່ງເກີດຈາກການທີ່ມະນຸດ ຮ່ວມກັນສ້າງຂື້ນມາເພ່ືອເປັນ ຮູບແບບໃນການດຳເນີນຊີວິດ ແລະການປະຕິບັດຮ່ວມ ກັນໃນຊາດນັ້ນໆ,
7. ວັດທະນະທັມມີຄວາມສຳພັນ ທາງອຳນາດຂອງຄົນກຸ່ມຄົນຕ່າງໆ (Michel Foucault) ໄດ້ແກ່ຊີວິດວັດທະນະທັມ ສະຕິວັດທະນະທັມ ປັນຍາວັດທະນະທັມແລະ ສຸນທຣີຍະວັດທະນະທັມ ຊຶ່ງມີການຂັບເຄື່ອນຢູ່ງຽບໆ ນັ້ນແມ່ນມີການ ກຳຫນົດຊີ້ນຳຈາກຜູ້ມີອຳນາດ ສະນັ້ນຕ້ອງເຂົ້າໃຈວ່າ ວັດທະນະທັມທີ່ມີ ຄວາມສຳພັນທາງອຳນາດ.

ປະເພດຂອງວັດທະນະທັມ ໂດຍທົ່ວໄປວັດທະນະທັມແບ່ງອອກເປັນປະເພດໃຫຍ່ 2 ປະເພດຄື:
1) ວັດທະນະທັມທາງວັດຖຸ (Material culture) ຊຶ່ງໄດ້ແກ່ສິ່ງປະດິດແລະເຕັກໂນໂລຊີຕ່າງໆ ເຊັ່ນທີ່ຢູ່ອາໄສ ອາຫານ ເຄ່ືອງນຸ່ງຫົ່ມ ເຄ່ືອງໃຊ້ ໝໍ້ເຂົ້າ ຖ້ວຍຊາມ ມີດພ້າໂຕະຕັ່ງ ຣົດຍົນເຄື່ອງບິນແລະອື່ນໆ
2) ວັດທະນະທັມທີ່ບໍ່ແມ່ນວັດຖຸ (Non-material culture) ໝາຍເຖິງ ອຸດົມການ ຄ່ານິຍົມ ແນວຄວາມຄິດ ການເມືອງ ປະເພນີ ຮີດຄອງ ພິທີກັມ ສາດສະຫນາ ພາສາວັນນະກັມ ຄວາມເຊື່ອ ຄວາມສົນໃຈ ທັດສະນະຄະຕິ ດົນຕຣີການສະແດງ ຄວາມຮູ້ເລ່ືອງທັມມະຊາດ ຄວາມສາມາດດ້ານ ການຊ່າງສິລະປະເປັນຕົ້ນຊຶ່ງ ເປັນນາມະທັມຫລືເປັນສ່ິງ ທີ່ເບິ່ງບໍ່ເຫັນໄດ້ດ້ວຍຕາ (ມີ 5 ກຸ່ມ: ພາສາ-ວັນນະກັມ ຄວາມເຊື່ອ-ສາສນາ ໂລກະທັດ-ຄ່ານິຍົມ ກິຣິຍາ-ມາຣະຍາດ ຂະນົບທັມນຽມ-ປະເພນີ).

ແຕ່ໂດຍລັກສະນະ ຂອງວັດທະນະທັມນັ້ນມີ 4 ລັກສະນະຄື:
1. ວັດຖຸທັມ ເປັນວັດທະນະທັມທີ່ເປັນຮູບທັມ ທີ່ມະນຸດໄດ້ສ້າງຂຶ້ນ ຊຶ່ງໝາຍເຖິງ ບ້ານເຮືອນທີ່ຢູ່ອາໄສ ເຄື່ອງແຕ່ງກາຍ ເຂົ້າຂອງເຄື່ອງໃຊ້ ອາຫານການກິນ ຢາປິ່ນປົວພະຍາດ ຖະໜົນຫົນທາງ ເຄື່ອງອຳນວຍຄວາມ ສະດວກທຸກຊະນິດ ກໍຈັດເປັນວັດຖຸວັດທະນະທັມທັງສິ້ນ,
2. ເນຕິທັມ ເປັນວັດທະນະທັມ ທາງດ້ານກົດຫມາຍ ຫລືຂະໜົບທັມນຽມປະເພນີ ຂໍ້ຫ້າມ ຂໍ້ຂະລໍາ ຣະບຽບແບບແຜນທີ່ມີຄວາມສຳຄັນສະເໝີ ດ້ວຍກົດຫມາຍຫລືການກະ ທຳບາງຢ່າງທີ່ບໍ່ມີກົດຫມາຍຫ້າມໄວ້ ແຕ່ຖ້າໃຜເຮັດເຂົ້າກໍ ເປັນທີ່ລັງກຽດຂອງສັງຄົມ ກົດຫມາຍບໍ່ລົງໂທດ ແຕ່ຜູ້ຄົນຈະຄະລະຫານິນທາ,
3. ຄະຕິທັມ ເປັນວັດທະນະທັມ ທາງດ້ານຄວາມເຊື່ອ ຄວາມຄິດ ຄວາມອ່ານຊຶ່ງຖືເປັນ ຫລັກຂອງການດຳເນີນຊີວິດ ສ່ວນໃຫຍ່ໄດ້ຮັບອິດ ທິພົນຈາກສາສະນາຊຶ່ງ ສອນໃນເລື່ອງຂອງກັມ ການກະທຳໂດຍສອນໃຫ້ເຊື່ອໃນ ເຫດແລະຜົນຄວາມເປັນໄປ ໃນທັມມະຊາດ,
4. ສະຫະທັມ ເປັນວັດທະ ນະທັມທາງສັງຄົມ ຫລືວັດທະນະທັມໃນການ ຕິດຕໍ່ກ່ຽວຂ້ອງກັບກຸ່ມຊົນ ເປັນມາຣະຍາດໃນສັງຄົມ ເຊັ່ນ ການມີມາຣະຍາດໃນການເວົ້າ ການໃຊ້ພາສາ ມາຣະຍາດການຮັບປະທານ ອາຫານແລະອື່ນໆ.

ໃນທາງການແພດນັ້ນເຂົາແບ່ງຕາມສຸກພາວະອອກເປັນ 4 ໝວດຄື 1. ສຸກຂະພາວະທາງກາຍ (Physical Health) 2. ສຸກຂະພາວະທາງສັງຄົມ (Social Health) 3. ສຸກຂະພາວະທາງໃຈ (Mental Health) 4. ສຸກຂະພາວະທາງຈິດວິນຍານ (Spiritual Health), ສ່ວນ Leslie A. White ໄດ້ແບ່ງວັດທະນະທັມອອກເປັນ 4 ປະເພດຄື: 1. ວັດຖຸ (ເຄື່ອງມືເຄື່ອງໃຊ້ຫລືສິ່ງທີ່ກ່ຽວກັບເຄື່ອງມືເຄື່ອງໃຊ້) 2. ການກະທຳ (ແບບແຜນພຶດຕິກັມ) 3. ຄວາມຄິດ (ຄວາມເຊື່ອ ຄວາມຮູ້ ຄວາມເຂົ້າໃຈ) 4.ຄວາມຮູ້ສຶກ (ທັດສະນະຄະຕິ ຄ່ານິຍົມ)

ປະເພດຂອງວັດທະນະທັມ ຕາມງານຂຽນຂອງຂ້າພະເຈົ້າ: ເນ່ືອງຈາກຂ້າພະເຈົ້າ ກຳລັງຂຽນເລ່ືອງ ວັດທະນະທັມລາວ ໂດຍບອກວ່າວັດທະນະທັມ ລາວໄດ້ຮັບອິດທິພົນມາຈາກ 6P (Pທີ່ 1 ຄືຜີ, Pທີ່ 2 ຄືພຣາມ, Pທີ່ 3 ຄືພຸດອັນຫມາຍເຖິງພຣະພຸດທະສາສນາ, Pທີ່ 4 ຄືເພ່ືອນບ້ານ ອັນຫມາຍເຖີງລາວ ໄດ້ຮັບອິດທິພົນຈາກເພ່ືອນບ້ານ, Pທີ່ 5 ຄືຝຣັ່ງ ອັນຫມາຍເຖີງຝຣັ່ງ ເສດແລະພວກ ຕາເວັນຕົກທັງມວນ, Pທີ່ 6 ຄືພັກ ອັນຫມາຍເຖີງ ພັກ-ຣັດຄືແນວທາງ ນະໂຍບາຍທີ່ພັກ-ຣັດວາງອອກ, ໃນ P ສຸດທ້າຍນີ້ມີອິດທິພົນຫລາຍທີ່ສຸດ ເພາະພາກປະຕິບັດມາ ຈາກພາກນະໂຍບາຍ ພາກນະໂຍບາຍ ມາຈາກພາກທິດສະດີ ພັກ-ຣັດຈຶ່ງເປັນອຸດົມການ ຫລືຍອດສູງຫລືສູນລວມ ສ່ວນວັດທະນະທັມ 16 ຫມວດນັ້ນແມ່ນຢູ່ໃຕ້ແຜນນະໂຍ ບາຍທີ່ຈະຕ້ອງປະຕິບັດຕາມນັ້ນ, ນີ້ຄື 6P ອັນເປັນທີ່ມາຂອງ ວັດທະນະທັມລາວຕາມ ຄວາມຄິດຂອງຂ້າພະເຈົ້າເອງ.

ໂດຍອາໄສບົດ ຮຽນຈາກການ ແບ່ງວັດທະນະທັມ ດັ່ງກ່າວຂ້າງຕັ້ນນັ້ນ ຂ້າພະເຈົ້າຈຶ່ງໄດ້ແບ່ງວັດທະ ນະທັມລາວອອກເປັນ 4 ຫມວດໃຫຍ່ ຄື: 1. ວິຖີຊີວິດທາງເສດຖະກິດ ຮຽກວ່າຊີວິດວັດທະນະທັມ, 2. ວິຖີຊີວິດທາງສັງຄົມຮຽກວ່າ ສະຕິວັດທະນະທັມ, 3. ວິຖີຊີວິດທາງການສຶກສາຮຽກວ່າ ປັນຍາວັດທະນະທັມ, 4. ວິຖີຊີວິດທາງສິລະປະຮຽກວ່າ ສຸນທຣີຍະວັດທະນະທັມ ແລະແບ່ງເປັນ 16 ຫມວດຍ່ອຍ ຄື:

ຫມວດ 1. ຊີວິດວັດທະນະທັມມີ 1.ເຄື່ອງນຸ່ງຫົ່ມ (ໄດ້ແກ່ເຄ່ືອງນຸ່ງຫົ່ມທາງການ ເຄ່ືອງນຸ່ງຫົ່ມໃນບຸນປະເພນີ ເຄ່ືອງນຸ່ງຫົ່ມໃນຊີວິດປະຈຳວັນ ແລະການອອກແຮງງານ) ສະໄໝກ່ອນເຈົ້າຂຸນມູນ ນາຍແລະສາມັນຊົນມີການແຕ່ງ ຕົວທີ່ມີຣະບຽບແບບແຜນຄັກແນ່ ຕາມຣະດັບຊັ້ນ ຫລື ຂັ້ນຂອງຕົນໃນຕຳແຫນ່ງສັກດິນາທີ່ໄດ້ຮັບ, 2.ທີ່ຢູ່ອາໄສ (ກໍເປັນໄປຕາມຊັ້ນຕ່ຳ ຊັ້ນກາງ ຊັ້ນສູງ) ຊັ້ນຕ່ຳເປັນເຮືອນແບບຜູກຕັດໂດຍໃຊ້ໄມ້ໄຜ່ເປັນຫລັກ ຊັ້ນກາງເຮັດດ້ວຍໄມ້ແກ່ນທັງເສົາ ມີແປ້ນມຸງແປ້ນປູ ແປ້ນແອ້ມແລະມີຫລາຍຫ້ອງ ສ່ວນຊັ້ນສູງເປັນເຮືອນແບບບ້ອງທອງ, 3. ອາຫານ (ປົກກະຕິ ອາຫານລາວມີ 12 ຄູ່ 24 ປະເພດ) ເຊັ່ນ ລາບ-ກ້ອຍ ເອາະ-ອ່ອມ ຕົ້ມ-ແກງ ຊຸບ-ຕຳ ປິ້ງ-ຈີ່ ປົ່ນ-ແຈ່ວ ໜຶ້ງ-ມົກ ອົບ-ມອບ ໝັກ-ດອງ ຂົ້ວ-ຈືນ ເຂົ້າປຸ້ນ-ເຂົ້າຊອຍ ຜັກ-ໜໍ່, 4.ສຸກຂະພາບການຍາແລະກິລາ (ໝໍພື້ນເມືອງ ເຊັ່ນ ໝໍຢາ ໝໍມໍ ໝໍມົນ ໝໍເປົ່າ ຫມໍທັມ ໝໍສູດ ເປັນຕົ້ນ ກິລາບູຮານມີ ຕີຄີ ແຂ່ງມ້າ ຕີມວຍລາຍ ດຶງເຊືອກ ໝາກສະກາ ຊ່ວງເຮືອເປັນຕົ້ນ ກິລາລາວເປັນຕົວວັດສຸກຂະພາບດີ ຄຸນນະທັມດີ ໃຈດີ ປະຕິບັດດີ ກະຕິກາດີ ຮູ້ຫນ້າທີ່ຮູ້ແກ້ບັນຫາ ຮູ້ຄາດຄະເນ.

ໝວດ 2. ສະຕິວັດທະນະທັມມີ 5. ຈາຣີຕປະເພນີພິທີກັມ (ຈາຣີຕປະເພນີ ຂະໜົບປະເພນີ ທັມ ນຽມປະເພນີ ຮິດສິບສອງ ຄອງສິບສີ່, 6. ນິຕິທັມ ການປົກຄອງມີຮາກຖານມາຈາກຄຳພີເດີມຄື ຄຳພີຣັດຖະສາດ ທີ່ເປັນຄຳພີໃນເລື່ອງຊັ້ນເຊີງທາງການເມືອງການປົກຄອງ, 7. ຣະບຽບກົດໝາຍ ມີຕົ້ນແບບມາຈາກຄຳພີທັມສາດ ຫລືພຣະທັມມະນູສາດ ປັບມາເປັນກົດໝາຍຂຸນບໍຣົມ ແລະພຣະທັມມະສາດໃນສະໄໝພຣະເຈົ້າສຸຣິຍະວົງສາທັມມິກະຣາດ, 8.ມູນເຊື້ອພູມປັນຍາ (ພູມປັນຍາຊາດ ພູມປັນຍາທ້ອງຖິ່ນແລະຊົນເຜົ່າ ລວມທັງພິພິດທະພັນ) ມູນເຊື້ອຮັກຊາດແພງເຊື້ອ ມູນເຊື້ອດຸມັ່ນຂະຫຍັນພຽນ ແລະມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນ.

ໝວດ 3. ປັນຍາວັດທະນະທັມມີ 9. ການສຶກສາ (ຄະດີໂລກ) ຈະເປັນການສຶກສາໃນຣາຊະສຳນັກເບື້ອງຕົ້ນມີ 4 ວິຊາຄື ວິຊາແພດ ຍິງທະນູ ດົນຕີຂັບຮ້ອງແລະການໃຊ້ອາວຸດ ຕໍ່ມາເພີ່ມອີກ 2 ຄືສະຖາປັຕຫລືການກໍ່ສ້າງແລະສິລະປະວິທະຍາຈຶ່ງເປັນ 6 ວິຊາ ແຕ່ເຕັມໆມີ 18 ວິຊາໃນສະໄໝລ້ານຊ້າງ (ສຸເນດ ໂພທິສານ, 2000,276), 10. ສາດສະຫນາ ມີ 5 ສາດສະຫນາຄື ຄວາມເຊື່ອຜີດັ້ງເດີມ ສາດສະຫນາພຸດ ສາດສະຫນາພຣາມ ສາດສະຫນາພຸດມະຫາຍານ ແລະສາດສະຫນາຮິນດູ (ສະໄໝລ້ານຊ້າງເນັ້ນພຸດ ທະສາດສະຫນາຮຽກຄະດີທັມ) 11. ພາສາ-ວັນນະກັມ ມີ 6 ວິຊາຄືວິຊາອອກສຽງຮຽກວ່າ ສິກສາ ແຕ່ງກາບກອນຮຽກສັນທະລັກ ຫລັກພາສາຮຽກໄວຍາກອນ ວິຊາຮາກສັບຮຽກນິຣຸດຕິ ດາຣາສາດຮຽກວ່າໂຊ ຕິຍະແລະວິຊາພິທີກຳຮຽກວ່າ ກັນລະປະ ສ່ວນວັນນະຄະດີ ກໍມີຣາມາຍະນະ ແລະມະຫາພາຣະຕະເປັນຕົ້ນແບບ, 12.ປະຫວັດສາດ-ຕຳນານ ເປັນຄຳພີປຸຣານ ຫລືບູຮານສາຕ ພົງສາວະດານ ສາສະນາວົງ ພື້ນ ຕຳນານ ນິທານປະໂຫຍດ ຂອງວິຊາປະຫວັດສາດ ຊ່ວຍໃຫ້ຜູ້ສຶກສາ ໄດ້ຮູ້ຈັກໃຊ້ຄວາມຄິດ ຮູ້ຈັກຫາເຫດຜົນຈາກຂໍ້ມູນຕ່າງໆ ທີ່ມີຢູ່ ເປັນການລັບສະຫມອງເພື່ອ ການປັບຕົວຂອງຄົນຂອງ ສັງຄົມແລະຂອງຊາດ ປະຫວັດສາດ ບໍ່ໄດ້ຂຶ້ນຢູ່ກັບຂໍ້ມູນ ພຽງຢ່າງດຽວ ແຕ່ທີ່ສຳຄັນຍັງຂຶ້ນຢູ່ກັບ ການປະເມີນຄຸນຄ່າໃນແງ່ມຸມ ໃໝ່ຕ່າງໆເພື່ອປວງຊົນ ແລະ ທີ່ສຳຄັນຍັງເປັນ ການຄາດຄະເນ ຫລື ມີວິໄສທັດເພື່ອ ອະນາຄົດເພາະ ປະຫວັດສາດຄື ອະດີດ ປັດຈຸບັນ ແລະອະນາຄົດ.

ໝວດ 4. ສຸນທຣີຍະວັດທະນະທັມມີ 13. ສຸນທຣີຍະທາງສັງຄົມ-ຈະຣິຍະທັມ (ເປັນການປະພຶດທີ່ງາມທາງກາຍ ໄດ້ແກ່ການອ່ອນນ້ອມຖ່ອມຕົນ ອັນຫມາຍເຖີງກາຍະກັມ ຫລືການກະທຳທາງກາຍນັ້ນເອງ), 14. ສຸນທຣີຍະທາງພາສາວັນນະຄະດີ (ອັນຫມາຍເຖີງວະຈີກັມທັງມວນ ຫມາຍເຖີງການຮູ້ຈັກໃຊ້ພາສາທີ່ໄພ ເຣາະອ່ອນຫວານນຸ່ມ ນວນຊວນຟັງເຊັ່ນ ສຸພາສິດ ຄຳສອນ ກາບກອນເປັນຕັ້ນ) ພາສາໃນຫມວດນີ້ ຕ່າງຈາກຫມວດ 3 ເພາະຫມວດ 3 ເປັນພາສາທົ່ວໄປ ແຕ່ຫມວດ 4 ເປັນພາສາທີ່ງົດງາມ ເປັນພາສາທີ່ມີສຸນທຣີຍະ, 15. ສຸນທຣີຍະທາງສິລະປະ(ສະຖາປັຕຍະກັມ ປະຕິມາກັມ ວິຈິຕຕະກັມ) 16. ສຸນທຣີຍະທາງພັກຜ່ອນຍ່ອນໃຈ (ໄດ້ແກ່ດົນຕຣີ ການສະແດງ ການພັກຜ່ອນຫຍ່ອນໃຈ) ໃນຫມວດນີ້ເນັ້ນ ຄວາມສຸນທຣີຍະຄືຄວາມງາມ ຂົງຈື້ໄດ້ສອນໄວ້ວ່າ “ກິຣິຍາມາຣະຍາດ ກະວີນິພົນ ແລະສິນປະດົນຕຣີ” ທັງສາມຢ່າງນີ້ເປັນສຸດ ຍອດຂອງວິຊາການທັງມວນ ແລະສອດຄ່ອງກັບບູຮານລາວທີ່ວ່າ “ພາສາບອກຊາດມາ ຣະຍາດບອກສະກຸນ” ສະນັ້ນໝວດສຸດທ້າຍ ນີ້ເປັນສຸດຍອດແຫ່ງ ຈັນຍາບັນລາວທີ່ຈະຕ້ອງ ປະຕິດບັດໃຫ້ໄດ້ໃນການກະທຳ ໃນການເວົ້າ ໃນສິລະປະແລະ ບັນເທີງທີ່ເຕັມໄປດ້ວຍຄວາມງາມ ແລະສຸນທຣີຍະທີ່ຈະດຶງດູດ ເພື່ອນມິດມາທ່ອງທ່ຽວລາວ.

ໃນ 4 ຫມວດນີ້ເປັນການວິໄຈ ໃນລັກສະນະທີ່ເປັນ ການວິໄຈພື້ນຖານ (Basic Research ຫລື RBL ຫລື PBL) ຄືຕ້ອງການໃຫ້ເຫັນ k (knowledge) ຄືອົງຄວາມຮູ້ເສຍກ່ອນ ກ່ອນທີ່ຈະກ້າວໄປສູ່ການວິໄຈ ການຈັດການຫລືການປະຍຸກໃຊ້ ໃນປັດຈຸບັນການວິໄຈພື້ນຖານ ປະເທດເຮົາຍັງຂາດແຄນຫລາຍ ການທີ່ຈະຈັດການຫລື ມີການປະຍຸກໃຊ້ທາງ ວັດທະນະທັມນັ້ນ ມີຄວາມຈຳເປັນ ທີ່ຈຳຕ້ອງໃຫ້ຄວາມສຳຄັນ ກັບການວິໄຈພື້ນຖານຫລື ການຮຽນຮູ້ຈາກບັນຫາຫລື ຈາກການວິໄຈເສຍກ່ອນ ຄືຕ້ອງໃຫ້ແຫນ້ນຫນາພຽງພໍ ເພາະມັນຄືພື້ນຖານ ສະນັ້ນໃນ 4 ຫມວດນັ້ນຕ້ອງລົງສູ່ການວິໄຈພື້ນຖານ ຄືຕ້ອງໄດ້ຂໍ້ສະຣູບຜ່ານການວິໄຈເປັນສຳຄັນ.

ການບໍຣິຫານຈັດການທາງວັດທະນະທັມ ວັດທະນະທັມທັງ 4 ຫມວດນັ້ນຈະເກີດປະໂຫຍດໄດ້ ຫລາຍນ້ອຍນັ້ນຢູ່ທີ່ການບໍຣິຫານ ຈັດການເປັນສຳຄັນ ໃນຫມວດທີ່ຫນ່ຶງນັ້ນເປົ້າຫມາຍຢູ່ທີ່ ປະຊາຊົນຕ້ອງຮັ່ງມີ ແຕ່ກ່ອນຈະຮັ່ງມີໄດ້ກໍເລີ່ມມາຈາກກິນອີ່ມ ນຸ່ງອຸ່ນ ກ້າວມາຂັ້ນທີ່ສອງກິນແຊບນຸ່ງງາມ ແລະຂັ້ນທີ່ສາມ ປະຊາຊົນຮັ່ງມີຜາສຸກ ສະນັ້ນຫມວດນີ້ຈ່ຶງ ແມ່ນຄວາມຈຳເປັນພື້ນຖານດ້ານ ປັດໄຈສີ່ໃນການດຳຣົງຊີວິດ ຂອງປະຊາຊົນລາວບັນດາເຜົ່າ.

ການບໍຣິຫານຈັດການຈ່ຶງ ຢູ່ທີ່ການມີອາຊີບເປັນຫລັກ ຣັດຕ້ອງວາງແຜນເພື່ອ ເຮັດໃຫ້ມີການປະ ກອບອາຊີບຢ່າງຮອບຄອບ ໂດຍເລີ່ມຕັ້ງແຕ່ການເລືອກ ໃຫ້ການສຶກສາຮ່ຳຮຽນ ໃນສາຂາວິຊາທີ່ເໝາະສົມ ກັບຕົນເອງ ຊຶ່ງການທີ່ຈະຕັດສິນໃຈ ເລືອກສຶກສາຕໍ່ໄປ ໃນແຕ່ລະຣະດັບຢ່າງ ເໝາະສົມນັ້ນ ຕ້ອງມອງຕົນເອງ ແລະມອງໂລກຢ່າງຖືກຕ້ອງ ໃນຂັ້ນນີ້ບຸກຄົນຈະຕ້ອງ ຮູ້ຈັກວິເຄາະແລະສຳລວດຕົນເອງແລະ ພິຈາຣະນາລັກສະນະລວມ ຂອງຕົນເອງທຸກແງ່ທຸກມຸມ ຈົນເກີດຄວາມເຂົ້າໃຈ ແລະຮູ້ຂໍ້ດີຫລືຂໍ້ບົກຜ່ອງ ຢ່າງແທ້ຈິງກ່ຽວກັບສິ່ງຕ່າງໆ ເຊັ່ນຄວາມສາມາດ ຄວາມຖະຫນັດ ຄວາມສົນໃຈ ບຸກຄະລິກລັກສະນະ ທີ່ມີຄວາມສຳພັນ ກັບການເລືອກອາຊີບ ບຸກຄົນຈະຕັດສິນໃຈເລືອກອາຊີບ ໂດຍໃຊ້ຫລັກການວິເຄາະຕົນເອງ ແລະວິເຄາະອາຊີບມາປະກອບກັນ. ເມື່ອວິຖີຊີວິດທາງ ເສດຖະກິດດີແລ້ວກໍຂາຍ ໄດ້ຄືທີ່ເປັນຢູ່ໃນປັດຈຸບັນ ວັດທະ ນະທັມໃນຫມວດທີ 1 ນີ້ກຳລັງຂາຍໄດ້ດີແບບຂື້ນ ຫນ້າຂື້ນຕາບໍ່ວ່າເຄື່ອງນຸ່ງຫົ່ມຜ້າແພ, ເຮືອນຊານແບບລາວແຂກກໍມັກເຂົ້າພັກ, ອາຫານແບບພາໂຕກກໍຂາຍໄດ້ດີເມື່ອຈັດການດີ, ສຸດທ້າຍໃນຫມວດນີ້ ດ້ານສຸຂພາບ ການນວດ ສະປາ ກິລາ ມວຍລາຍແມ່ນນ່າສົນໃຈທັງນັ້ນ, ທີ່ສຳຄັນທີ່ສຸດແມ່ນທັມມະຊາດ ພູມິປະເທດ ບ້ານເກົ່າ ເມືອງເກົ່າ ເມືອງມໍຣະດົກ ວິຖີຊີວິດແບບເດີມໆລ້ວນແຕ່ຂາຍໄດ້.

ຫມວດທີ່ສອງ ວິຖີຊີວິດທາງສັງຄົມຮຽກວ່າ ສະຕິວັດທະນະທັມ, ໃນຫມວດນີ້ເປັນວັດທະນະທັມ ດ້ານສັງຄົມ ຄືໃຫ້ມອງສັງຄົມ ຍຶດຫມັ້ນໃນສັງຄົມ ກໍຄືເປັນການກະທຳຣະຫວ່າງມະນຸດກັບສັງຄົມຫລືການກະທຳທາງສັງຄົມຂອງມະນຸດ ການກະທຳທາງສັງຄົມນັ້ນມີຮູບແບບແລະປັດໄຈທີ່ສຳຄັນດັ່ງນີ້ 1. ຮູບແບບຂອງການກະທຳທາງສັງຄົມຂອງບຸກຄົນ ມີ 4 ຮູບແບບ ຄື: ຄວາມຄິດເຫັນ, ອາຣົມຫລືຄວາມຮູ້ສຶກ, ການຄາດຄະເນພຶດຕິກຳ ແລະພຶດຕິກຳທີ່ສະແດງອອກ, 2. ປັດໄຈຂອງການກະທຳທາງສັງຄົມນັ້ນ ບຸກຄົນຈະກະທຳສິ່ງໃດສິ່ງໜຶ່ງຂຶ້ນຢູ່ກັບປັດໄຈຫລາຍປະການ ດັ່ງນີ້ຄື: ເປົ້າປະສົງ, ຄວາມເຊື່ອທີ່ສືບທອດກັນມາ, ຄ່ານິຍົມຫລືມາດຕະຖານ, ນິໄສແລະຂະໜົບທຳນຽມປະເພນີ, ຄວາມຄາດໝາຍ, ຂໍ້ຜູກມັດ, ແຮງຈູງໃຈ, ໂອກາດ, ຄວາມສາມາດ, ການສະໜັບສະໜູນ. ວັດທະນະທັມຫມວດນີ້ຂາຍປະເພນີ ຮີດຄອງ ພິທີກັມ ຮີດສິບສອງ ຄອງສິບສີ່ ຄວາມສະຫງົບ ຄວາມເປັນຣະບຽບຮຽບຮ້ອຍ ຄວາມອ່ອນນ້ອມຖ່ອມຕົນ ຄວາມເປັນມິດ ເຮົາຈະເຫັນໄດ້ວ່າຜ່ານມາລາວເຮົາເຮັດໄດ້ດີ ເຮົາຈັດໄດ້ຍິ່ງໃຫຍ່ ເຊັ່ນບຸນຊ່ວງເຮືອ ບຸນທາດຫລວງ ບຸນສົງການປີໃຫມ່ ຖ້າຫາກນຳມາຟື້ນຄືນໄດ້ອີກຫລາຍໆບຸນປະເພນີ ເຊັ່ນບຸນບັ້ງໄຟ ເປັນຕົ້ນກໍຄິດວ່າຈະຂາຍໄດ້ເພີ້ມອີກ ຍິ່ງຖ້າໃຫ້ມັນຢູ່ໃນພິພິດທະພັນ ຫ້ອງມູນເຊື້ອຂອງແຂວງຂອງເມືອງກໍຈະເປັນການສຶກສາອົບຮົມຄົນໄດ້ເປັນຢ່າງດີ.

ຫມວດທີສາມ ວິຖີຊີວິດທາງປັນຍາຮຽກວ່າ ປັນຍາວັດທະນະທັມຄືການຮຽນຮູ້ (Learning) ໝາຍເຖິງ "ການປ່ຽນແປງພຶດຕິກັມໄປຈາກເດີມ ອັນເປັນຜົນມາຈາກການໄດ້ຮັບປະສົບການ" ພຶດຕິກັມທີ່ປ່ຽນແປງໃນທີ່ນີ້ ບໍ່ໄດ້ໝາຍເຖິງສະເພາະພຶດຕິກັມທາງກາຍເທົ່ານັ້ນ ແຕ່ຍັງລວມເຖິງພຶດຕິກັມ ທັງມວນທີ່ມະນຸດສະແດງອອກມາ ຊຶ່ງແຍກອອກເປັນ 3 ດ້ານຄື: 1. ພຶດຕິກັມທາງສະຫມອງ(Cognitive) ຫລືພຸດທິພິໄສເປັນການຮຽນ ຮູ້ກ່ຽວກັບຂໍ້ເທັດຈິງ(Fact) ຄວາມຄິດລວບຍອດ(Concept) ແລະ ຫລັກການ(Principle), 2. ພຶດຕິກຳດ້ານທັກສະ(Psychromotor) ຫລືທັກສະພິໄສ ເປັນພຶດຕິກັມທາງກ້າມເນື້ອ ສະແດງອອກທາງດ້ານຮ່າງກາຍ ເຊັ່ນການຂັບຣົົດ ການອ່ານອອກສຽງ ການສະແດງທ່າທາງ, 3. ພຶດຕິກັມທາງຄວາມຮູ້ສຶກ(Affective) ຫລືຈິດພິໄສ ເປັນພຶດຕິກັມທີ່ເກິດຂື້ນ ພາຍໃນເຊັ່ນການເຫັນຄຸນຄ່າ ເຈຕະຄະຕິ ຄວາມຮູ້ສຶກສົງສານ ເຫັນໃຈເພື່ອນມະນຸດເປັນຕົ້ນ ສິ່ງເຫລົ່ານີ້ໄດ້ມາ ຈາກການຮຽນຮູ້ສອງທາງຄື ປະຣະໂຕໂຄສະແລະ ໂຍນິໂສມະນັດສິການ.

ລັກສະນະຂອງການຈັດລຳດັບ ການຮຽນຮູ້ມີດັ່ງນີ້: 1.ການຮຽນຮູ້ແບບສັນຍານ(Signal Learning) ເປັນການຮຽນຮູ້ແບບການວາງເງື່ອນໄຂ ເກີດຈາກຄວາມໃກ້ຊິດ ຂອງສິ່ງເລົ້າທາງໃຈແລະການກະທຳຊ້ຳ ຜູ້ຮຽນທີ່ບໍ່ສາມາດຄວບຄຸມພຶດຕິກຳ ຂອງຕົນເອງໄດ້, 2. ການຮຽນຮູ້ແບບການຕອບສະຫນອງ (Respond Learning)ຄືການຮຽນຮູ້ທີ່ຜູ້ຮຽນສາມາດ ຄວບຄຸມພຶດຕິກັມນັ້ນໄດ້ ການຕອບສະຫນອງເປັນຜົນຈາກການເສີມແຮງ ກັບໂອກາດໃນການກະທຳຊ້ຳຫລືຝຶກຝົນ, 3. ການຮຽນຮູ້ແບບລູກໂຊ່(Chaining Learning) ຄືການຮຽນຮູ້ອັນເນື່ອງ ມາຈາກການເຊື່ອມໂຍງ ກັບສິ່ງເລົ້າທາງໃຈ ກັບການຕອບສະຫນອງຕິດຕໍ່ກັນ ເປັນກິດຈະກັມທີ່ຕໍ່ເນື່ອງ ໂດຍເປັນພຶດຕິກັມທີ່ກ່ຽວກັບການເຄື່ອນໄຫວ ເຊັ່ນ ການຂັບຣົດ ການໃຊ້ເຄື່ອງມືບາງຢ່າງທີ່ຕໍ່ເນ່ືອງ, 4. ການຮຽນຮູ້ແບບພາສາສຳພັນ(Verbal Association Learning) ມີລັກສະນະເຊັ່ນດຽວກັບການຮຽນຮູ້ ແບບລູກໂຊ່ຫາກແຕ່ໃຊ້ພາສາ ຫລືສັນຍະລັກແທນ, 5. ການຮຽນຮູ້ແບບການຈຳແນກ(Decomposition Learning) ໄດ້ແກ່ການຮຽນຮູ້ທີ່ຜູ້ຮຽນສາມາດເບິ່ງ ແລະເຫັນຄວາມແຕກຕ່າງແລະສາມາດເລືອກຕອບສະຫນອງໄດ້, 6. ການຮຽນຮູ້ແບບມະໂນທັດ (Concept Learning) ໄດ້ແກ່ການຮຽນຮູ້ອັນເນື່ອງມາຈາກຄວາມສາມາດໃນການຕອບສະຫນອງສິ່ງຕ່າງໆ ໃນລັກສະນະທີ່ເປັນສ່ວນລວມຂອງສິ່ງນັ້ນ ເຊັ່ນ ຜັງມະໂນທັດທີ່ກ່ຽວກັບສ່ວນໂຄ້ງຮອບຕົວເຮົາແລະຣະຍະທາງຈາກສູນກາງໄປຫາ ພາສາເພື່ອການຮຽນຮູ້ ພາສາເພ່ືອການສ່ືສານ ພາສາເພ່ືອການເປັນວັດທະນະທັມແຫ່ງຊາດ ແລະພາສາເພ່ືອການດຳຣົງຊີວິດ ເປັນຕົ້ນ, 7. ການຮຽນຮູ້ຫລັກການແລະກົດເກນ (Principle Learning) ເກີດຈາກຄວາມສາມາດເຊື່ອມໂຍງມະໂນທັດເຂົ້ານຳກັນສາມາດນຳໄປຕັ້ງເປັນກົດເກນໄດ້, 8. ການຮຽນຮູ້ແບບແກ້ບັນຫາ (Problem Solving) ໄດ້ແກ່ການຮຽນຮູ້ໃນຣະດັບທີ່ຜູ້ຮຽນສາມາດລວບລວມກົດເກນ ເພ່ືອນຳໄປແກ້ບັນຫາໃນສະຖານນະການຕ່າງໆ. ທີ່ຈີງຫມວດນີ້ເປັນນາມະທັມ ເພາະແມ່ນສຶກສາ ພາສາ ສາສນາ ປະຫວັດສາດ ຖ້າເບີ່ງແລ້ວໃນປັດຈຸບັນ ຍັງຂາຍບໍ່ໄດ້ປານໃດ ເພາະມັນລົງທືນຫລາຍ ແຕ່ບໍ່ເຫັນຜົນທັນຕາ ເຫມືອນຫມວດອື່ນ ແຕ່ແທ້ທີ່ຈີງແລ້ວຫມວດນີ້ມີຄ່າຫລາຍທີ່ສຸດ ຖ້າປ່ຽນຈາກນິວັດຖຸມາເປັນວັດຖຸ ຄືປ່ຽນຈາກນາມະທັມ ມາເປັນຮູບປະທັມເສຍກ່ອນ ອັນນັ້ນຫມາຍເຖີງ ຜະລິດອອກມາໃນຮູບຫນັງສື ຕຳຣາ ຊີດີ ວີຊີດີ ແປລເປັນພາສາຕ່າງ ປະເທດເຊັ່ນພາສາອັງກິດ ກໍຈະຂາຍໄດ້ແບບກິນ ບໍ່ບົກຈົກບໍ່ລົງຈັກເທື່ອ ເພາະຄວາມຄິດຄືຕົ້ນ ກຳເນີດຂອງທຸກຢ່າງ ແຕ່ທີ່ສຳຄັນໃນຍຸກປັດຈຸບັນຂອງ ການຮຽນຮູ້ແມ່ນການຮຽນຮູ້ແບບ ໃຫມ່ທີ່ເປັນການຮຽນຮູ້ໂດຍ ຜູ້ຮຽນເປັນສູນກາງ ບໍ່ແມ່ນຄຣູເປັນ ສູນກາງອີກແລ້ວ ສະນັ້ນການຈັດການທີ່ຄວນເຮັດ ແມ່ນໃຫ້ຜູ້ຮຽນເປັນສູນກາງ.

ຫມວດທີ 4 ວິຖີຊີວິດທາງສິລະປະຮຽກວ່າ ສິລະປະວັດທະນະທັມ ເປັນວັດທະນະທັມທາງ ສຸນທຣີຍະຫລືຄວາມງາມ ໂດຍທີ່ສັງຄົມມະນຸດໄດ້ບັນຈົງສ້າງຂຶ້ນມາ ຫລັງຈາກຢູ່ລອດປອດ ໄພໄດ້ຢ່າງຍັ່ງຍືນຫມັ່ນຄົງໃນຫມວດ 1 ຫມວດ 2 ແລ້ວ ຫມວດ 3 ຈຶ່ງຈະເກີດຂື້ນ ຈົນກະທັ່ງວິຖີການດຳເນີນຊີວິດ ເຂົ້າສູ່ສະພາບປົກກະຕິແຫ່ງ “ການຢູ່ດີກິນດີຄິດດີ” ແລ້ວສິລະປະວັດທະນະທັມ ແຫ່ງຄວາມສຸນທຣີຍະຈຶ່ງ ເກີດຂຶ້ນມາໄດ້ ທິດສະດີທີ່ໃຊ້ເປັນ ຫລັກໃນການສຶກສາວິໄຈ ຄວນເປັນທິດສະດີແຫ່ງສຸນທຣີຍະຫລືຄວາມງາມ (Aesthetics) ແລ້ວຍັງອາດໃຊ້ທິດສະດີ ທາງສັງຄົມວິທະຍາ ແລະມະນຸດວິທະຍາ ເປັນທິດສະດີເສີມ ທິດສະດີທາງສຸນທຣີຍະນີ້ມີ ທັງດ້ານສິລະປະກັມ ດົນຕຣີ ນາຕະສິນແລະວັນນະກັມ. ຫມວດນີ້ຂາຍຄວາມງາມ ຫລືຂາຍບໍຣິການ ອັນຫມາຍເຖີງຄວາມອ່ອນຫວານນິ້ມນວນ ການຕ້ອນຮັບຂັບສູ່ ຕື່ນແຂກຕື່ນຄົນ ອັນຫມາຍເຖີງຮູ້ຈັກໃຫ້ກຽດ ບໍ່ແຂງກະດ້າງ, ທັງສີ່ຫມວດໃນກຸ່ມນີ້ ຫມາຍເຖີງກາຍະກັມ ວະຈີກັມ ສິລະປະກັມແລະການບັນເທີງ ເປັນຫມວດທີ່ຂາຍໄດ້ດີຢູ່ແລ້ວ ເພາະມັນແມ່ນຄວາມມັກຄວາມປາດຖະຫນາໃນຄວາມສະນຸກສະນານເພີດເພີນໃນສຸນທຣີຍະ ຄົນລາວເຮົາຍັງ ຮັບເອົາຂອງເກົາຫລີມາເສບສົມ ບໍ່ວ່າຈະເປັນຫນັງ ອາຫານແລະອື່ນໆທີ່ເກົາຫລີ ກຳລັງຈະຄອງໂລກ ສະນັ້ນ ການສະແດງ ເພງ ສິລະປະຕ່າງໆລາວເຮົາກໍມີດີຢູ່ແລ້ວ ພຽງແຕ່ຕັ້ງຕົວໃຫ້ດີ ຄິດໃຫ້ອອກກໍຈະຂາຍໄດ້ຢ່າງແນ່ນອນ.

ຄຸນຄ່າຂອງວັດທະນະທັມດ້ານວັດຖຸ ເພ່ືອພັດທະນາປະເທດຊາດນັ້ນ ປະເດັນນີ້ເປັນບັນຫາໃຫຍ່ ເພາະວັດທະນະທັມມີລັກສະນະເຖີງ 7 ປະການດັ່ງທີ່ກ່າວມາແລ້ວ (ຄືມີມາແຕ່ອະດີດ ຖ່າຍທອດຈາກຣຸ່ນສູ່ຣຸ່ນ ແຕ່ລະວັດທະນະທັມບໍ່ຄືກັນ ວັດທະນະທັມປ່ຽນແປງໄດ້ ວັດທະນະທັມຄືຄວາມຄິດ ວັດທະນະທັມຄືຄຸນຄ່າທາງມໍຣະດົກ ແລະ ວັດທະນະທັມສຳພັນກັບອຳນາດ) ເມື່ອວັດທະນະທັມມີ ລັກສະນະສະລັບຊັບຊ້ອນດັ່ງກ່າວ ຈ່ຶງເປັນບັນຫາໃຫຍ່ທີ່ຈະນຳເອົາ ວັດທະນະທັມໄປໃຊ້ໃນ ການພັດທະນາປະເທດ. Pierre Bourdieu ໄດ້ອະທິບາຍໃນການນຳ ເອົາວັດທະນະທັມມາພັດທະນາປະເທດວ່າມີ 3 ແບບຄື: 1. ທຶນວັດທະນະທັມທີ່ມີຢູ່ໃນຕົວບຸກຄົນ ເຊັ່ນຄວາມຮູ້ ຄວາມຄິດ ຈິນຕະນາການ ຄວາມເຊື່ອທີ່ເຂົາມີ ກໍໃຊ້ຄົນພວກນີ້ມາທຳງານ, 2. ທຶນວັດທະນະທັມທີ່ເປັນ ຮູບປະທັມເຊັ່ນບູຮານສະຖານ ບູຮານວັດຖຸ ພາບ ເຄື່ອງມືເຄື່ອງໃຊ້ ສິ່ງກໍ່ສ້າງ ເຄ່ືອງກິນ ເຄ່ືອງນຸ່ງຖື ສະຖານທີ່ມໍຣະດົກຕ້ອງ ອາໄສສິ່ງເຫລົ່ານີ້ໃຫ້ເປັນ ຕົ້ນທຶນເພື່ອທຳເງິນໄດ້ຫລືຂາຍໄດ້, 3. ຣະບຽບປະເພນີວັດທະນະທັມ ສັງຄົມ ຄວາມສາມັກຄີ ເອື້ອອາທອນ ມາຣະຍາດ ກໍເປັນທຶນໃຫ້ຄົນຢາກມາທ່ອງທ່ຽວ; ທັງ 3 ຢ່າງນີ້ເປັນສິນຄ້າທີ່ມີຄຸນ (merit goods) ແລະລວມທັງທຶນທີ່ 4 ຄືທັມມະຊາດ ເມື່ອສາມາດ ບໍຣິຫານຈັດການ ທີ່ດີແລ້ວກໍສາມາດຂາຍໄດ້ຢ່າງແນ່ນອນ.

ໃນການນຳເອົາ ວັດທະນະທັມມາດັນເສດຖະກິດນັ້ນ ຕ້ອງເຮັດໃຫ້ວັດທະນະທັມ ມີພະລັງເສຍກ່ອນ ເມື່ອມີພະລັງແລ້ວຈຶ່ງ ຈະເປັນພະລັງດັນໃນ ການພັດທະນາເສດຖະກິດໄດ້ ຂັ້ນຕອນທີ່ກະທຳກັນຢູ່ມີ 4 ຂັ້ນຕອນຄື: 1. ຈະຕ້ອງສຶກສາເລ່ືອງຣາວ ປະຫວັດຄວາມເປັນມາ ຂອງວັດທະນະທັມນັ້ນໃຫ້ດີເສຍກ່ອນຫລາຍປະເທດ ໄດ້ທຳໄປແບບບໍ່ຖືກຕ້ອງຫລືບິດເບືອນ ທາງປະຫວັດຄວາມເປັນມາ ຂອງພື້ນທີ່ວັດທະນະທັມນັ້ນ ຫລືເຮັດເກີນຈີງຈົນຂາດຄວາມນ່າເຊື່ອຖື ຫລືຄວາມເຊື່ອຫມັ້ນ ດັ່ງນັ້ນເຮົາຕ້ອງທຳການວິໄຈ (research) ເສຍກ່ອນ. 2. ຂັ້ນທີສອງຕ້ອງຣະວັງ ບໍ່ໃຫ້ທຶນແລະອຳນາດຢູ່ ເຫນືອວັດທະນະທັມທາງ ຈະຣິຍະທັມທີ່ມີເສັ້ນແບ່ງຝ່າແປດ ຈຶ່ງຕ້ອງນັ່ງຄິດສະເຫມີວ່າ ວັດທະນະທັມແລະປະຫວັດສາດມັກ ຈະມາດ້ວຍກັນແລະໄປດ້ວຍກັນ ຈະນຳສະເຫນີແບບໃດກໍຕາມ ຈະຕ້ອງບໍ່ໃຫ້ຂັດແຍ້ງກັບ ຫລັກຖານທາງປະຫວັດສາດ ຄືໃຫ້ເປັນທີ່ຍອມຮັບໄດ້ ກໍຄືຕ້ອງມີຜູ້ຮູ້ຫລືມີນັກປະຫວັດສາດ ມືດີມາເປັນຜູ້ຊ່ຽວຊານໃຫ້ນັ້ນເອງ, 3. ຕ້ອງສ້າງມູນຄ່າເພີ້ມເສຍກ່ອນ ຢ່າລືມວ່າວັດທະນະທັມທີ່ຈັບຕ້ອງບໍ່ໄດ້ (Intangible Culture)ເຊັ່ນ ຮີດ 12 ຄອງ 14 ພາສາ ສາສນາ ຄວາມດີ ຂໍ້ຄິດເຫັນໃນປະຫວັດສາດ ຄວາມງາມທາງກາຍ ວາຈາ ໃຈ ການພັກຜ່ອນຫຍ່ອນໃຈ ຄວາມເປັນຢູ່ແບບລຽບງ່າຍ ທີ່ຢາກໃຫ້ UN ບອກວ່າຄວນໄປເບີ່ງທີ່ປະເທດລາວ ບໍ່ແມ່ນທີ່ປະເທດພູຖານເທົ່ານັ້ນ ເພາະລາວກໍມີວິຖີຊີວິດທີ່ດີໆ ຫລາຍຢ່າງທີ່ຈະຕ້ອງເຮັດ ໃຫ້ເປັນທຶນໄດ້ ຄືຂາຍໄດ້. 4. ປະການສຳຄັນໃນ ການພັດທະນານັ້ນ ບໍ່ແມ່ນການຂະຫຍາຍຕົວ ທາງເສດຖະກິດແລະປະສິດທິ ພາບການຜະລິດຢ່າງດຽວ ແຕ່ຫາກຢູ່ທີ່ພື້ນຖານ ທາງວັດຖຸວັດທະນະທັມຂອງ ປະຊາຊົນເປັນສຳຄັນ ຄືການພັດທະນາຈາກເບື້ອງຫລ່າງ ທີ່ເນັ້ນຂະບວນການປະຊາທິປະໄຕພື້ນຖານໂດຍ ແລະເນັ້ນຄ່ານິຍົມ ທັດສະນະຄະຕິ ຈິດສຳນຶກແລະ ວິຖີຊີວິດທີ່ສົມດຸນກັບທັມມະຊາດ.

ການຂາຍວັດທະນະທັມນັ້ນ ມີ 3 ຫລັກການຄື: 1. ສຶກສາຈຸດເດັ່ນຂອງວັດທະນະທັມ ແລະນຳມາປັບໃຫ້ເຂົ້າກັບກຸ່ມ ເປົ້າຫມາຍໃຫ້ທັນສະໄຫມແຕ່ມີເອກະລັກ, 2. ສ້າງຄຳອະທິບາຍ ທີ່ສອດຄ່ອງກັບປະຫວັດ ສາດ ກໍຄືໃຫ້ຮູ້ປະຫວັດ ຄວາມເປັນມາຂອງສິ່ງນັ້ນ ແລະຕ້ອງເປັນການອະທິບາຍທີ່ນ່າຈັບໃຈ ນ່າສົນໃຈ, 3. ທີ່ສຳຄັນທີ່ສຸດ ຢູ່ທີ່ການບໍຣິຫານຈັດ ການແລະການບໍຣິການທີ່ປະທັບໃຈ. ການຈັດການທາງ ວັດທະນະທັມນັ້ນຢູ່ທີ່ 1.ປົກປ້ອງຮັກສາຊັບ ພະຍາກອນທາງວັດທະນະທັມ, 2. ການໃຊ້ຊັບພະຍາກອນ ມະນຸດຜູ້ຊຳນານ,3. ການວິໄຈ ເຝົ້າຣະວັງແລະ ປະເມິນຢູ່ຕະຫລອດເວລາ, 4. ການບໍຣິຫານຈັດການດ້ານການເງິນການຕະຫລາດ.

ອີກແບບຫນຶ່ງ ການໃຊ້ຄໍາສັບລາວວ່າ ຊຸບ ເຫມືອນຊຸບຫນໍ່ໄມ້ ຫມາຍເຖີງການປຸງແຕ່ງເພີ້ມເຕີມ ແທ້ ຈີງຫນໍ່ໄມ້ນັ້ນກໍກິນໄດ້ແລ້ວ ແຕ່ຖ້ານໍາມາຊຸບໃສ່ເຄ່ືອງປຸງແຕ່ງຂອງຫອມເຄື່ອງເທດຜະສົມເຂົ້າໄປອີກຈະນ່າກິນ, ໃນກໍຣະນີວັດທະນະທັມກໍເຊັ່ນດຽວກັນ ຄືເຮັດໃຫ້ມີພະລັງຫລາຍຂື້ນໂດຍ ການເຂົ້າໃຈໃນການປຸງແຕ່ງ ຖ້າການສະແດງກໍແມ່ນແສງສີສຽງ ແຕ່ວັດທະນະທັມນັ້ນແມ່ນ ການຂະຫຍັບມາຜະສົມ ກັນກໍຈະຂາຍໄດ້ ເຊັ່ນຈະຂາຍພຣະທາດຫລວງ, ພຣະທາດຫລວງນັ້ນຍ່ິງໃຫຍ່ຢູ່ແລ້ວແຕ່ຖ້າໃຊ້ຫລັກການອົງປະກອບເພີ້ມຈະຂາຍໄດ້ແບບບໍ່ມີວັນຫມົດຊົ່ວລູກຫລານ ແຕ່ຕ້ອງມີປະສົບພະການແລະຄິດອອກ ຕ້ອງເບີ່ງແຫລ່ງທ່ອງທ່ຽວທີ່ເດັ່ນໆໃນໂລກແລ້ວນໍາອົງປະກອບເຫລົ່ານັ້ນມາປັບໃຊ້ ກໍຈະຊ່ວຍໃນການພັດທະນາປະເທດຊາດໄດ້ເປັນຢ່າງດີ.

ເວົ້າງ່າຍໆແມ່ນການນຳເອົາວັດທະນະທັມມາປະດິດສ້າງຫລືການສ້າງສັນຫລືສ້າງນະວະຕະກັມ ໂດຍອາໄສຈິນຕະນາການ ຄວາມຄິດ ຄວາມຮູ້ແລະເຕັກໂນໂລຊີເປັນແກນນຳເພ່ືອໃຫ້ເກີດລາຍໄດ້ ໃຊ້ວັດທະນະທັມເປັນທຶນເພ່ືອສ້າງນະວະຕະກັມ ໃຫ້ມີຜູ້ຜະລິດ ມີການລົງທຶນ ມີຜົນຜະລິດ ມີຜູ້ບໍຣິໂພກ ເຊ່ັນແຫລ່ງມໍຣະດົກໂລກ ມໍຣະດົກແຫ່ງຊາດ ມໍຣະດົກທ້ອງຖ່ິນ ມໍຣະດົກຊົນເຜົ່າ ພິພິດທະພັນ ຫ້ອງສະຫມຸດ ອະນຸສອນສະຖານ ທັດສະນະສິນ ສື່ສິ່ງພິມ ສ່ືອິເລັກໂທນິກຕ່າງໆ ການອອກແບບຕົກແຕ່ງ ບໍຣິການວັດທະນະທັມ ບໍຣິການສຸຂະພາບ ອາຫານເພ່ືອສຸຂະພາບ ບັນເທີງທາງວັດທະນະທັມ ງານທາງປະເພນີເປັນຕົ້ນ ເມື່ອມີການລົງທຶນ ມີການຜະລິດ ມີຜົນຜະລິດແລະມີຜູ້ບໍຣິໂພກແລ້ວກໍຖືວ່າຂາຍໄດ້ແລ້ວ.

ດັ່ງທີ່ໄດ້ຍົກມາຈາກມະຕິ 9 ສະໄຫມທີ 5 ທີ່ວ່າວັດທະນະທັມກຳລັງດັນໃຫ້ສັງຄົມຂະຫຍາຍຕົວ ປະໂຫຍກນີ້ ເປັນປະເດັນສຳຄັນໃນການທີ່ຈະນຳເອົາວັດທະນະທັມມາພັດທະນາປະເທດ ເຮົາຄິດງ່າຍໆວ່າການດັນຫລືການຍູ້ນັ້ນ ຕ້ອງໃຊ້ພະລັງຢ່າງແຮງຈຶ່ງຈະດັນໄດ້ຫລືຍູ້ໄດ້ ສະນັ້ນປະເດັນທີ່ຈະໃຊ້ວັດທະ ນະທັມມາດັນໃຫ້ເສດຖະກິດແລະສັງຄົມພັດທະນາໄປໄດ້ນັ້ນ ວັດທະນະທັມນັ້ນກໍຈະຕ້ອງມີພະລັງເສຍກ່ອນ ຊຶ່ງເຮັດໄດ້ດ້ວຍການອະນຸລັກຟື້ນຟູຄົ້ນຄວ້າວິໄຈໃຫ້ເປັນທີ່ເຂົ້າໃຈເສຍກ່ອນຈ່ຶງຈະມາດັນການພັດທະ ນາເສດຖະກິດໄດ້.

ວັດທະນະທັມຈະມີພະລັງດັນໄດ້ນັ້ນຢູ່ທີ່ຄົນເຂົ້າໃຈ ໃຫ້ຄວາມສຳຄັນຕໍ່ວັດທະນະທັມ ຖ້າເຂົ້າໃຈພຽງແຕ່ວ່າວັດທະນະທັມຄືບູຮານສະຖານ ສິລະປະວັດຖຸ ການຮ້ອງຣຳທຳເພງເທົ່ານັ້ນ ກໍບໍ່ເຫັນວ່າວັດທະນະທັມຈະມີພະລັງໃນການພັດທະນາແຕ່ຢ່າງໃດ ວັດທະນະທັມຈະມີພະລັງໃນການພັດທະນາປະ ເທດໄດ້ນັ້ນ ຢູ່ທີ່ຄວາມເຂົ້າໃຈຄວາມຫມາຍຂອງຄຳວ່າ “ວັດທະນະທັມ” ຄວາມເຂົ້າໃຈເທົ່ານັ້ນທີ່ຈະເປັນພະລັງຫລືອຳນາດອັນຍິ່ງໃຫຍ່ ຄື ອຳນາດແຫ່ງຄວາມເຂົ້າໃຈ (Power of understanding) ສະນັ້ນການທີ່ຈະເຮັດໃຫ້ເກີດຄວາມເຂົ້າໃຈກ່ຽວກັບວັດທະນະທັມເພ່ືອການພັດທະນານັ້ນ ຄວນເລີ່ມຕົ້ນທີ່ການບູຣະນາການ ຫລືໃຫ້ຄວາມສົມດຸນແກ່ການພັດທະນາເສຍກ່ອນ ເຊັ່ນຖ້າ ສປປ.ລາວພັດທະນາປະເທດໂດຍເນັ້ນແຕ່ການພັດນະທຸຣະກິດ ບໍ່ພັດທະນາດ້ານວັດທະນະທັມເລີຍ ວັດທະນະທັມລາວກໍຈະສູນຫາຍໄປຈາກດິນແດນລາວ ເມື່ອສູນເສຍວັດທະນະທັມກໍເທົ່າກັບສູນເສຍຊາດ ດັ່ງທ່ານປະທານພັກກ່າວໄວ້ແລ້ວ ສະນັ້ນການພັດທະນາອັນໃດ ກໍຕາມທີ່ຕັດຂາດຈາກຮາກຖານ ທາງວັດທະນະທັມຂອງຕົນເອງ ກໍຈະເກີດຄວາມເສຍ ຫາຍສຸດທີ່ຈະຄະນານັບໄດ້ ຈ່ຶງຈຳເປັນທີ່ຈະຕ້ອງ ທົບທວນການພັດທະນາ ແລະສ້າງຄວາມເຂົ້າ ໃຈເຖິງການພັດນະ ທີ່ບໍ່ຕັດຂາດຈາກຮາກເຫງົ້າ ທາງວັດທະນະທັມຂອງຕົນເອງ ນີ້ຄືເລື່ອງຂອງຫລັກການ ໃຫຍ່ແຫ່ງການພັດທະນາຫລື ວັດທະນະທັມກັບການພັດທະນາ.

ໃນຄຸນລັກສະນະຂອງວັດທະນະທັມ ທີ່ວ່າວັດທະນະທັມມີຄວາມສຳພັນທາງອຳນາດນັ້ນ ຫມາຍເຖີງອຳນາດຣັດແລະອຳນາດເງິນ ອຳນາດທັງສອງຢ່າງນີ້ປົກຄົມໄປທົ່ວທຸກແຫ່ງ ອຳນາດຣັດແລະອຳນາດເງີນມີລັກສະນະລວມສູນທີ່ຮຸນແຮງຫລາຍ ຈຶ່ງດຶງດູດເອົາກິດຈະກຳຕ່າງໆ ທາງສັງຄົມເຂົ້າຫາອຳນາດທັງສອງ ສ່ວນອຳນາດວັດທະນະທັມ ອຳນາດທາງສັງຄົມ ອຳນາດການສຶກສາ ອຳນາດສາດສະຫນາຫລືແມ້ ແຕ່ການໃຫ້ຄວາມສຳຄັນ ແກ່ວັດທະນະທັມກໍບໍ່ມີຫລືມີແຕ່ນ້ອຍເຕັມທີ ກໍຈະເກີດສະພາບທີ່ອຳນາດໃນສັງ ຄົມບໍ່ສົມດຸນ ແລະຈະເກີດຊ່ອງວ່າງທາງສັງຄົມແລະເກີດບັນຫາຕ່າງໆໃນສັງຄົມຕາມມາ ຄວາມເສື່ອມທາງສີລະທັມກໍຈະເກີດຂຶ້ນ ຈຶ່ງຕ້ອງພັດທະນາວັດທະນະທັມ ໃຫ້ສົມດຸນຈ່ຶງຈະບໍ່ເສຍຊາດ.

ຄວາມແຕກຕ່າງຣະຫວ່າງວັດທະນະທັມທີ່ເປັນວັດຖຸກັບວັດທະນະທັມທີ່ບໍ່ແມ່ນວັດຖຸນັ້ນ ແທ້ທີ່ຈີງວັດທະນະທັມທັງສອງ ຢ່າງນັ້ນເປັນອັນດຽວກັນ ເຫມືອນຄຳວ່າ “ເຈົ້າຄືສິ່ງທີ່ເຈົ້າຄິດ” ຫລືຄ້າຍໆກັບຄຳວ່າ “ເຈົ້າຄືສິ່ງທີ່ເຈົ້າກິນເຂົ້າໄປນັ້ນເອງ” ຄວາມຫມາຍອັນນີ້ບໍ່ຕ້ອງຕີຄວາມໃຫ້ຍາກ ເວົ້າແບບງ່າຍໆກໍຄື “ຄິດຢ່າງໃດກໍເປັນຢ່າງນັ້ນ” ນັ້ນເອງ, ໃນວັດທະນະທັມທີ່ເປັນວັດຖຸກໍເຊັ່ນດຽວກັນ ວັດຖຸວັດທະນະທັມທີ່ເຮົາເຫັນນັ້ນລ້ວນແຕ່ແມ່ນວັດທະນະທັມທາງຈິດໃຈຫລືເປັນຕົວແທນທາງໃຈ ທາງຄວາມຄິດ ຈ່ຶງອອກມາເປັນວັດຖຸໃຫ້ເຮົາເຫັນ ສະນັ້ນເມ່ືອເຮົາເຫັນວັດຖຸວັດທະນະທັມ ແຕ່ບໍ່ເຂົ້າໃຈຄວາມຫມາຍ ຄວາມເປັນມາ ຄວາມສຳຄັນຫລືຄຸນຄ່າ ອັນນັ້ນຫມາຍເຖິງເຫັນແຕ່ຕາເນື້ອ ແຕ່ຕາໃຈແນມບໍ່ເຫັນນັ້ນ ແຫລະວັດທະນະທັມບໍ່ມີພະລັງ ຫົວໃຈສຳຄັນຂອງມັນ ຄື “ຄວາມຄິດ” ທີ່ຢູ່ເບື້ອງຫລັງວັດຖຸທາງວັດທະນະທັມ ເຫລົ່ານັ້ນຕ່າງຫາກຄຳວ່າ “ຄວາມຄິດ” ໃນທີ່ນີ້ບໍ່ໄດ້ມີຄວາມຫມາຍແຕ່ພຽງຄວາມຄິດ ທີ່ນຳໄປສູ່ການສ້າງວັດຖຸນັ້ນເທົ່ານັ້ນ ແຕ່ໝາຍຄວາມລວມໄປເຖິງສິ່ງທີ່ອາດສຳຄັນກວ່າ ຄືຄວາມຄິດທີ່ຈະໃຊ້ຫລືບໍ່ໃຊ້ ໃນທີ່ສິ່ງປະດິດນັ້ນດ້ວຍ ຕົວຢ່າງເຊັ່ນຄວາມ ຄິດແລະທິດສະດີຂອງ ອັນເບີຕ ໄອສະໄຕ ເປັນສິ່ງທີ່ຍິ່ງໃຫຍ່ຕໍ່ຄວາມຮູ້ທາງວິທະຍາສາດ ແຕ່ການສ້າງແລະການໃຊ້ຣະເບີດປະຣະມານູ ອັນເປັນມະຫັນຕະໄພຕໍ່ ມວນມະນຸດສະຊາດແລະທັມມະຊາດ ດັ່ງນັ້ນຄວາມຄິດໃນ ຄວາມຫມາຍນີ້ກໍຄື ສີລະທັມ ຈະຣິຍະທັມທີ່ນຳໄປສູ່ການກະທຳນັ້ນເອງ.

ວັດທະນະທັມທາງວັດຖຸທີ່ເປັນຮູບເຄົາຣົບຂອງຊາດເຊັ່ນເຈົ້າຟ້າງຸ່ມ ເຈົ້າໄຊຍະເຊດຖາທິຣາດ ເຈົ້າອະນຸວົງເປັນຕົ້ນກໍເຊ່ັນດຽວກັນ ຄຸນຄ່າຂອງອະນຸສາວະຣີ ເຫລົ່ານີ້ຢູ່ທີ່ຄວາມຫມາຍ ແບບຢ່າງແລະຜົນງານ ຂອງພວກເພີ່ນທີ່ລູກຫລານຄວນຈົດຈຳ ເພ່ືອນຳໄປປະຕິບັດຕາມ ເພ່ືອຮັກສາຜືນແຜ່ນດິນລາວ ເພ່ືອສ້າງສາພັດທະນາຊາດບ້ານເມືອງໃຫ້ຈະເຣີນກ້າວຫນ້າ ຫລື ພຣະພຸດທະຮູບທີ່ເປັນ ວັດຖຸທີ່ມີຄວາມສຳຄັນທັງໃນທາງພຸດທະສາສະນາ ທີ່ສ້າງດ້ວຍໂລຫະທີ່ສວຍສົດງົດງາມ ທາງສິລະປະກັມກໍມີຄວາມສຳຄັນ ແຕ່ສິ່ງທີ່ສຳຄັນຫລາຍໄປກວ່ານັ້ນ ຄືສັດທາຄວາມເຊື່ອທີ່ເປັນພະລັງຜັກດັນໃຫ້ມີການສ້າງ ແລະ ເຄົາຣົບບູຊາພຣະ ພຸດທະຮູບແລ້ວເກີດການ ປະຕິບັດຕາມພຣະທັມຄຳສັ່ງສອນ ອັນເຮັດໃຫ້ສັງຄົມບ້ານ ເມືອງມີຄວາມສະຫງົບສຸກ ດ້ວຍເຫດນີ້ນັກມະນຸດ ວິທະຍາບາງສຳນັກຈຶ່ງສະຫລຸບ ວ່າທ້າຍທີ່ສຸດແລ້ວ ສິ່ງທີ່ເຮົາຮຽກວ່າ ວັດທະນະທັມກໍຄື “ຄວາມຄິດ” ຫລື “ຣະບົບຄິດ” ທີ່ນຳໄປສູ່ການກະທຳ ຂອງມະນຸດນັ້ນເອງ.

ຫາກຄວາມເຂົ້າໃຈ ວັດທະນະທັມໃນແນວນີ້ແລ້ວ ເຮົາຈະເຫັນໄດ້ວ່າແມ່ນກະທັ່ງ ຄວາມຄິດທາງວິທະຍາສາດ ແລະໂດຍສະເພາະຢ່າງ ຍິ່ງເຕັກໂນໂລຊີ ກໍເປັນສ່ວນຫນຶ່ງ ຂອງວັດທະນະທັມ ກົດເກນທາງວິທະຍາສາດ ຄືຜົນຂອງການຄົ້ນ ພົບກົດເກນຂອງມະນຸດ ສ່ວນເຕັກໂນໂລຊີກໍຄືການ ໃຊ້ຄວາມຮູ້ຂອງມະນຸດກ່ຽວ ກັບທັມມະຊາດແລະ ກົດເກນຂອງທັມມະຊາດມາຮັບໃຊ້ມະນຸດ ຕາມຣະບົບຄວາມຄິດຂອງມະນຸດ ທີ່ປ່ຽນແປງໄປຕາມເງື່ອນໄຂຕ່າງໆ ຊຶ່ງອາດເປັນຜົນດີີຕໍ່ທັງມະນຸດ ແລະທັມມະຊາດຫລືອາດ ເປັນຜົນດີີຕໍ່ສະເພາະມະນຸດ ແຕ່ມີຜົນຮ້າຍຫລືທຳລາຍ ທັມມະຊາດກໍໄດ້ເຊັ່ນກັນ ດ້ວຍເຫດນີ້ສິ່ງທີ່ເຮົາຮຽກວ່າ ການພັດທະນາການ ທາງວັດທະນະທັມ ອາຣະຍະທັມ ວິທະຍາສາດ ແລະເຕັກໂນໂລຊີ ຖ້າບໍ່ວິເຄາະໃຫ້ຊັດ ເຈນແລະຖືກຕ້ອງ ແລ້ວສິ່ງທີ່ເຮົາເຫັນເຮົາຮູ້ ເຮົາອາດຄິດວ່າເປັນ ຄວາມກ້າວໜ້າ ຄວາມທັນສະໄໝກໍໄດ້ ແຕ່ແທ້ທີ່ຈິງແລ້ວມັນອາດ ເປັນມະຫັນຕະໄພຕໍ່ມະນຸດ ແລະທັມມະຊາດກໍໄດ້.

ສະນັ້ນໂລກທີ່ເຮົາດຳຣົງ ຊີວິດກັນຢູ່ໃນທຸກມື້ນີ້ຈຶ່ງເປັນໂລກແຫ່ງ 3 ມິຕິ ກໍຄືເປັນໂລກທີ່ປະກອບດ້ວຍ: 1. ມິຕິທີ່ເປັນຮູບປະທັມ, 2. ມິຕິທີ່ເປັນນາມະທັມແລະ 3. ມິຕິທີ່ສຳພັນຕໍ່ການກະທຳຂອງມະນຸດ ເພາະສະນັ້ນ ເມ່ືອເຮົາເປີດຕາເປີດໃຈຂອງ ເຮົາມອງໄປມຸມໃດຂອງວັດທະນະທັມ ທາງວັດຖຸໃນມິຕິທີ່ຫນ່ຶງ ເຮົາຈະຕ້ອງເຂົ້າສູ່ມິຕິທີສອງ ຄືຕາໃຈອັນຫມາຍເຖິງຄວາມຫມາຍ ຄວາມຄິດ ຄວາມສຳຄັນ ຄຸນຄ່າ ແລະສຸນທຣີຍະພາບຂອງສ່ິງນັ້ນ ຖ້າເຮົາມາມອງໃນມຸມຂອງສາສະນາ ຮ່າງກາຍຂອງມະນຸດກໍປະກອບ ດ້ວຍສ່ວນທີ່ເປັນກາຍະສັງຂານ ທີ່ປະກອບກັນຂຶ້ນຈາກ ປັດໄຈອັນໄດ້ແກ່ມະຫາພູຕະຮູບທັງ 4 ຄືດິນ ນ້ຳ ລົມ ໄຟ ກັບອີກສ່ວນຫນຶ່ງ ຄືເລື່ອງຂອງຈິດວິນຍານ ຄືຈິດແລະເຈດຕະສິກອັນເປັນເຄື່ອງຮັບຮູ້ຄວາມຮູ້ສຶກຜ່ານອາຍະຕະນະ 12 ເຮັດໃຫ້ມະນຸດປະກອບດ້ວຍຮ່າງກາຍ ຄວາມຮູ້ສຶກ ແລະອາຣົມຕ່າງໆເຂົ້ານຳກັນ ຮູບປະທັມຈຶ່ງເປັນສິ່ງທີ່ກຳນົດ ໄດ້ແລະເຫັນໄດ້ດ້ວຍຕາ ແຕ່ນາມະທັມນັ້ນຈະກຳນົດ ຫລືເຂົ້າໃຈໄດ້ດ້ວຍນາມະທັມນຳກັນເທົ່ານັ້ນ (ເວທະນາ ສັນຍາ ສັງຂານ ວິນຍານ) ແຕ່ທັງສອງຢ່າງແມ່ນອາໄສຊຶ່ງກັນແລະກັນ ຖ້າບໍ່ມີຮູບ ນາມກໍເກີດບໍ່ໄດ້ ເພາະທັງສອງຢ່າງສຳ ພັນກັນແບບກາຍອິນຊີ ເຊັ່ນດຽວກັນວັດທະນະທັມ ທີ່ເປັນວັດຖຸເປັນພຽງຮູບປະທັມ ຄວາມຫມາຍແລະຄຸນຄ່າ ທີ່ມີຢູ່ໃນວັດຖຸນັ້ນມີ ຄວາມສຳຄັນເປັນທີສອງ ແຕ່ທີ່ສຳຄັນຫລາຍກວ່ານັ້ນ ມິຕິທີສາມຄືມິຕິແຫ່ງຄວາມ ສຳພັນຂອງມັນຕໍ່ການດຳຣົງ ຢູ່ຂອງສັງຄົມຄືການກະທຳຂອງຄົນຈຶ່ງເປັນສອງສ່ິງໃນສາມມິຕິນັ້ນເອງ.

ກອງປະຊຸມໃຫຍ່ຄັ້ງທີ IX ຂອງ ພປປ.ລາວ ໄດ້ນິຍາມສັງຄົມນິຍົມວ່າ “ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາແລະສີວິໄລ” ສ່ວນນະ ໂຍບາຍຫລັກທາງວັດທະນະທັມກໍຄື “ລັກສະນະຊາດ ວິທະຍາສາດ ແລະມະຫາຊົນ, ວັດທະນະທັມຄືຊາດ ວັດທະນະທັມແມ່ນພະລັງດັນ ວັດທະນະທຳແມ່ນເປົ້າໝາຍຂອງການພັດທະນາ ເສຍວັດທະນະທຳຄືເສຍຊາດ ເພາະວັດທະນະທັມຄືຊາດ”. ດັ່ງນັ້ນ ຄຸນຄ່າມໍຣະດົກວັດທະນະທັມທາງ ດ້ານວັດຖຸເພ່ືອພັດທະນາປະ ເທດຊາດນັ້ນ ຈ່ຶງຢູ່ທີ່ການເຂົ້າໃຈຄວາມຄິດຄວາມຫມາຍຂອງວັດຖຸວັດທະນະທັມເພ່ືອເປັນຜົນໃນທາງປະຕິ ບັດຕາມແນວທາງຂອງພັກ ແລະຕ້ອງມີຄວາມສາມາດໃນການປັບວັດທະນະທັມທີ່ເປັນນາມະທັມ ໃຫ້ອອກມາປາກົດເປັນຮູບປະທັມໃຫ້ສາມາດສຳຜັດໄດ້ ເຊັ່ນປະຫວັດສາດລາວກໍຕ້ອງຂຽນອອກມາເປັນ ຮູບເຫລັ້ມທີ່ມີເນື້ອຫາທັນສະໄຫມນ່າອ່ານ ວັດທະນະທັມທີ່ເປັນນາມະທັມກໍ ຂຽນອອກມາໃຫ້ຄົນອ່ານ ໃຫ້ຄົນສົນໃຈ ໃຫ້ຄົນເຂົ້າໃຈ ເພ່ືອນຳໄປສູ່ການປະຕິບັດ ຫລືໃຫ້ເກີດປະໂຫຍດ ທາງເສດຖະກິດຫລືຂາຍໄດ້ນັ້ນເອງ.

ຫລັກການເບື້ອງຕົ້ນ ຂອງການປົກປັກຮັກສາ ຄຸນຄ່າມໍຣະດົກວັດທະນະທັມ ທາງດ້ານວັດຖຸເພ່ືອພັດ ທະນາປະເທດຊາດນັ້ນມີຂັ້ນຕອນດັ່ງນີ້: 1. ການຄົ້ນຄວ້າວິໄຈ ຄວນສຶກສາແລະເກັບລວບລວມຂໍ້ມູນທາງວັດທະນະທັມໃນ 4 ໝວດໃຫຍ່ແລະ 16 ຫມວດຍ່ອຍໃຫ້ໄດ້ດີເພ່ືອໃຫ້ເກິດຄວາມເຂົ້າໃຈທີ່ຖືກຕ້ອງ ເພ່ືອໃຫ້ຮູ້ຄວາມເປັນມາໃນອະດີດ ສະພາບການໃນປັດຈຸບັນ ແລະແນວທາງແກ້ໄຂ, 2. ການອະນຸຣັກ ຄວນຕ້ອງຮ່ວມກັນ ອະນຸຣັກວັດທະນະທັມທີ່ ເປັນເອກະລັກຂອງທ້ອງຖິ່ນ ໃຫ້ມີພິພິດທະພັນທ້ອງຖິ່ນ ເພື່ອສະແດງສະພາບຊີວິດ ແລະຄວາມເປັນມາຂອງຊຸມຊົນ ອັນຈະສ້າງຄວາມຮູ້ແລະຄວາມພູູມໃຈໃນຊຸມຊົນທ້ອງຖິ່ນ, 3. ການຟື້ນຟູ ເລືອກສັນວັດທະນະທັມທີ່ກຳລັງສູນຫາຍ ຫລືທີ່ສູນຫາຍໄປແລ້ວມາ ເຮັດໃຫ້ມີຄຸນຄ່າແລະມີຄວາມສຳຄັນ ຕໍ່ການດຳເນີນຊີວິດໃນທ້ອງຖິ່ນ ໂດຍສະເພາະພື້ນຖານທາງຈະຣິຍະທັມ ສິລະທັມ ບັນທັດ ຖານແລະຄ່ານິຍົມ, 4. ການພັດທະນາ ເລີ່ມສ້າງສັນວັດທະນະທັມ ໃຫ້ເໝາະສົມກັບຍຸກສະໄໝແລະເກີດປະໂຫຍດ ໃນການດຳເນີນຊີວິດປະຈຳວັນ ໂດຍໃຊ້ວັດທະນະທັມເປັນ ເປົ້າໝາຍຂອງການພັດທະນາ, 5. ການຖ່າຍທອດ ນຳວັດທະນະທັມທີ່ຜ່ານມາເລືອກ ກັ່ນກຣອງດ້ວຍເຫດແລະ ຜົນຢ່າງຮອບຄອບແລະຮອບດ້ານ ໄປຖ່າຍທອດໃຫ້ຄົນ ໃນສັງຄົມໄດ້ຮັບຮູ້ ເກີດຄວາມເຂົ້າໃຈ ຕະໜັກໃນຄຸນ ຄ່າໃນປະໂຫຍດ ຜ່ານສື່ ສະຖາບັນຄອບຄົວ ສະຖາບັນການສຶກສາ ແລະ ການຈັດກິດຈະກຳທາງວັດທະນະທັມ, 6. ສົ່ງເສີມກິດ ຈະກັມ ສົ່ງເສີມແລະສະໜັບສະໜູນ ໃຫ້ເກີດເຄືອຂ່າຍການສືບສານ ແລະພັດທະນາວັດທະນະທັມຂອງຊຸມຊົນຕ່າງໆ ເພື່ອຈັດກິດຈະກັມທາງ ວັດທະນະທັມທ້ອງຖິ່ນຢ່າງຕໍ່ເນື່ອງ, 7. ການເຜີຍແຜ່ແລກປ່ຽນ ໃຫ້ເກີດການເຜີຍ ແຜ່ທາງວັດທະນະທັມຢ່າງກວ້າງຂວາງ ດ້ວຍສື່ຕ່າງໆແລະວິທີການ ຕ່າງໆແລກປ່ຽນທາງວັດທະ ນະທັມຣະຫວ່າງກຸ່ມທ້ອງ ຖິ່ນແລະຕ່າງປະເທດ, 8. ການເສີມສ້າງນັກປຣາດ ທ້ອງຖິ່ນດ້ານວັດທະນະທັມ ເພ່ືອພັດທະນາສັກຍະພາບ ຂອງຊາວບ້ານ ໃຫ້ຊາວບ້ານມີໂອກາດສະແດງສັກຍະພາບ ດ້ານວັດທະນະທັມຢ່າງເຕັມທີ່ ມີການຍົກຍ້ອງປະກາດ ກຽດຕິຄຸນໃນລັກສະນະຕ່າງໆ. ທັງ 8 ປະເດັນນີ້ ລ້ວນແຕ່ແມ່ນຈະຕ້ອງທຳງານ ໃນເຊີງຣຸກເທົ່ານັ້ນ ບໍ່ແມ່ນຕາມມີຕາມເກີດ ຖ້າບໍ່ດັ່ງນັ້ນໄປບໍ່ລອດ.

ປະເດັນສຸດທ້າຍຂໍຍົກຕົວຢ່າງ ພາສາລາວອັນແມ່ນເອກະລັກຫນ່ຶງ ທີ່ສຳຄັນທີ່ສຸດຂອງວັດທະນະທັມລາວວ່າເຮົາ ຈະມີວິໄສທັດຕໍ່ພາສາລາວແນວໃດແດ່, ພາສາລາວກໍມີພັດທະນາການເຫມືອນ ກັບພາສາຂອງປະເທດເພ່ືອນບ້ານທີ່ມີທີ່ມາ ໃນສາຍວັດທະນະທັມດຽວກັນກັບລັງກາ ຈາມ ມອນ ພະມ້າ ຂະເຫມນ ສະຍາມແລະລາວ ຄືຮັບເອົາພາສາບາລີສັນສະກິດ ມາພັດທະນາພາສາຂອງຕົນ ລາວເຮົານັ້ນຮັບເອົາພາສາບາລີມາກ່ອນ ຄືຮັບເອົາມາໃນຍຸກສີໂຄດຕະບອງ ພາສາສັນສະກິດນັ້ນມາກັບ ພຸດທະສາສນາມະຫາຍານທີ່ເຂົ້າມາສູ່ລາວຫລັງ ຈາກພາສາບາລີ ມີຫລັກຖານຊັດເຈນທີ່ຊາຍຟອງ ອິດທິພົນມະຫາຍານທີ່ແພ່ ເຂົ້າສູ່ລຸ່ມແມ່ນ້ຳຂອງເຮັດ ໃຫ້ລາວຮັບເອົາພາສາສັນສະກິດຢ່າງເຕັມໆ ນອກຈາກນີ້ ສາສນາພຣາມຮິນດູທີ່ມີອິດທິພົນ ໃນລຸ່ມແມ່ນ້ຳຂອງກໍໃຊ້ພາສາສັນ ສະກິດເຫມືອນກັນແຕ່ຄວາມແຮງບໍ່ສູ້ມະຫາຍານ ລາວເຮົາຈ່ຶງຮັບເອົາພາສາບາລີ ຫລາຍກວ່າສັນສະກິດ ພໍພຸດທະສາສນາມະຫາຍານ ອ່ອນແຮງລົງ ລາວເຮົາຈ່ຶງເລີ່ມດັດແປງ ດັດປັບເອົາຕົວອັກສອນມາເປັນອັກສອນລາວ ໂດຍພຣະສົງສາຍລັງກາວົງ ທີ່ແຕກສານພາສາບາລີສັນສະ ກິດ ມາເຖີງສະໄຫມພຣະຍາ ຟ້າງຸ່ມລັດທິລັງກາວົງໄດ້ຖືກນຳເຂົ້າ ຈາກຂະເຫມນແບບຄົບວົງຈອນ ເມ່ືອພາສາມາບວກກັບອຳນາດ ຄວາມເດັ່ນຊັດຂອງພາສາລາວ ຈ່ຶງປາກົດຕົວເຕັມອັດຕຣາແຕ່ນັ້ນມາ ໂດຍຍຶດທັງບາລີແລະສັນສະກິດ, ບາລີໃຊ້ທາງພຸດທະສາສນາ ແຕ່ສັນສະກິດໃຊ້ ໂດຍພວກພຣາມຫລືມະໂຮງເພ່ືອ ບັນທຶກເລ່ືອງໃນທາງໂລກຫລືທາງບ້ານເມືອງ.

ບັນຫາພາສາລາວໃນປັດຈຸບັນ ຂ້າພະເຈົ້າເປັນຫ່ວງທີ່ສຸດເພາະ “ພາສາຫາຍໄປຄວາມສຳຄັນຂອງສ່ິງນັ້ນກໍຫາຍໄປ ຄຳທຸກຄຳມີປະຫວັດຄວາມເປັນມາຂອງມັນ ອັກຂະຣະແມ່ນ ສັນຍະລັກທີ່ໃຊ້ເປັນຣະຫັດເພ່ືອ ສື່ຄວາມຫມາຍຕາມຫລັກນິຣຸດຕິສາດ ພາສາເປັນຕົວກຳຫນົດຄວາມຄິດ ໄວຍາກອນເປັນຕົວ ກຳຫນົດຄວາມຄິດ ອັກຂະຣະວິທີ ວະຈີວິພາກ ວາກະຍະສັມພັນ ສັນທະລັກສະນະເປັນຕົວກຳຫນົດຄວາມຄິດ ພາສາປ່ຽນໄປຄວາມຄິດກໍປ່ຽນໄປ” ດັ່ງນັ້ນຂ້າພະເຈົ້າຈຶິ່ງຊົມເຊີຍ ຄະນະສົງລາວທີ່ພິມ ພຣະໄຕຣປິດົກສະບັບພາສາລາວ ໄດ້ເປັນຄັ້ງທຳອິດແລະເປັນຄັ້ງ ປະຫວັດສາດແຫ່ງຊາດລາວ, ແຕ່ຄົນລາວທົ່ວໄປກໍຍັງ ບໍ່ສາມາດທີ່ຈະຊົມໃຊ້ມູນມໍຣະດົກ ອັນຄົບຖ້ວນຕາມທີ່ບັນພະບຸຣຸດໄດ້ສ້າງໄວ້. ເມື່ອເບີ່ງຈາກ “Entropy” ຄືການກະຈາຍຕົວຂອງຜູ້ໃຊ້ພາສາທີ່ຄຳນວນໂດຍໃຊ້ສະມະການຄະນິດສາດ.

ວິໄສທັດຕໍ່ພາສາລາວນັ້ນ ເຮົາຈະມອງອອກເມ່ືອມີຍານຫລື ປັນຍາທີ່ຫຍ່ັງຮູ້ອະດີດຫລືຄວາມ ເປັນມາຂອງພາສາລາວ ຮູ້ສະພາບປັດຈຸບັນຂອງພາສາລາວທີ່ສ່ືຄວາມຫມາຍໄດ້ບໍ່ສົມບູນ ບໍ່ຊັດເຈນເພາະອັກຂະຣະທີ່ໃຊ້ ເປັນຣະຫັດເພ່ືອສື່ຄວາມຫມາຍບໍ່ຄົບຖ້ວນ ແລະທີ່ສຳຄັນແມ່ນ ຮູ້ວິທີການທີ່ຈະແກ້ບັນຫາຂອງພາ ສາລາວ ກໍຄືຮູ້ຫລັກໃນການວິໄຈ ທາງຄຸນນະພາບຮູ້ຜູ້ໃຫ້ຂ້ໍມູນຫລັກ ຜູ້ໃຫ້ຂໍ້ມູນທີ່ຮູ້ບາລີສັນສະກິດ ແລະຜູ້ຮູ້ໃຊ້ພາສາລາວ ທີ່ເຂົ້າໃຈຮາກສັບບາລີສັນສະກິດ ຕົວຢ່າງການສຳຫລວດຕົວ “ຣ” ເປັນການສໍາຫລວດທີ່ຜິດຫລັກ ການວິໄຈໂດຍໄປເອົາແບບທາງ ສະຖິຕິມາໃຊ້ໃນທາງຄຸນນະພາບ.

ໃນໂລກຍຸກໂລກາພິວັດນີ້ ພາສາອັງກິດມາແຮງ ພາສາອາຊຽນກໍມາແຮງ ຖ້າພາສາລາວບໍ່ເຂົ້າຮູບເຂົ້າຮອຍ ຍັງຂຽນຕາມງ່າຍຕາມ ໃຈຂາດວິຊາການແລ້ວ ພາສາລາວກໍນ່າເປັນຫ່ວງທີ່ສຸດ ເພາະໃນສະຖາ ນະການໃຫມ່ນີ້ຕົວຊີ້ວັດ ດ້ານພາສານັ້ນເປັນ ຕົວຊີ້ວັດທີ່ສຳຜັດໄດ້ ເຫັນໄດ້ ເຂົ້າໃຈໄດ້ໂດຍຕົວຊີ້ວັດທີ່ມີຢູ່ 10 ຕົວຄື: 1. ວັດຈາກຈຳນວນຜູ້ໃຊ້ພາສາລາວ (ຕົວເລກທີ່ອອກມາໃນລາວມີ 2.5 ລ້ານຄົນ, ແລະອີກ 15 ລ້ານໃຊ້ເປັນພຽງ ພາສາເວົ້າແຕ່ບໍ່ໄດ້ໃຊ້ຕົວອັກສອນ), 2. ວັດຕາມການກະຈາຍຕົວຂອງຜູ້ໃຊ້ພາສານັ້ນ, 3. ວັດຈາກດັດຊະນີການ ພັດທະນາຂອງປະຊາກອນທີ່ໃຊ້ພາສານັ້ນ (ເພາະປະຊາກອນທີ່ ພັດທະນາແລ້ວຈະໄປມີບົດບາດ ໃນກິດຈະການຕ່າງໆຂອງໂລກ ເຊ່ັນໄປສອນວິຊາການ ໃນມະຫາວິທະຍາໄລຂອງຕ່າງປະເທດ), 4. ອັດຕຣາການຈະເຣີນພັນຂອງຜູ້ໃຊ້ພາສານັ້ນ (ຫມາຍເຖີງຄົນທີ່ໃຊ້ພາສາລາວມີໂອກາດ ມີອຳນາດໃນຕ່າງປະເທດ), 5. ອັດຕຣາການເຂົ້າເຖິງອິນເຕີເນັຕຂອງຜູ້ໃຊ້ພາສາລາວ (ໃນກໍຣະນີຄົນອີສານກໍຫາຍໄປ ຄົນລາວທີ່ເຂົ້າເຖີງອິນເຕີເນັຕພາສາລາວກໍນ້ອຍລົງ), 6. ຈໍານວນບົດຄວາມພາສາລາວທີ່ນ່າສົນໃຈທີ່ໂລກຈະເຂົ້າເຖີງ (ຕ.ຍ.ເນເທີແລນ 16 ລ້ານຄົນແຕ່ມີງານຂຽນທີ່ເດັ່ນໆຕິດອັນດັບ 7 ຂອງໂລກ), 7. ຈຳນວນຄົນທີ່ເວົ້າພາສາລາວ (ໃນຂໍ້ນີ້ເມື່ອທຽບກັບຂໍ້ສອງຈະມີຈຳນວນທີ່ຫລາຍກວ່າ), 8. ວັນນະກັມທີ່ໄດ້ຮັບລາງວັນໂນເບີລ (ມະຫາສິລາກໍຍັງບໍ່ໄດ້?), 9. ການແປລຈາກລາວເປັນພາສາອ່ືນ, 10. ການແປລຈາກພາສາອ່ືນເປັນພາສາລາວ.

ທັງ 10 ຕົວຊີ້ວັດນີ້ເຮັດໃຫ້ພາສາລາວຢູ່ອັນດັບທ້າຍໆໃນໂລກປັດຈຸບັນ ແຕ່ຖ້າອີກ 30 ປີຂ້າງຫນ້າອາດຈະໄປ ທ້າຍສຸດຫລືບໍ່ຢູ່ໃນການຈັດລຳດັບເລີຍກໍໄດ້ ຈຶ່ງເຖີງເວລາແລ້ວທີ່ເຮົາຈະຕ້ອງຄິດໄວ້ ເພ່ືອຫາທາງອອກໃຫ້ແກ່ພາສາລາວຢ່າງຈີງຈັງ ສະໄຫມທີ່ຂ້າພະເຈົ້າທຳງານຢູ່ທີ່ສະຖາບັນວິທະຍາສາດການສຶກສາໃນປີ 1983 ທ່ານພູມີ ວົງວິຈິດໄດ້ກ່າວວ່າ “ອັກສອນລາວ 26 ຕົວນັ້ນໃຫ້ໃຊ້ຢູ່ໃນເຂດປົດປ່ອຍເພ່ືອຄວາມງ່າຍໃນການຂຽນ ແຕ່ເມ່ືອປະເທດຊາດມີການ ພັດທະນາແລ້ວກໍໃຫ້ນຳອັກສອນຕົວອ່ືນ ຈາກພາສາບາລີສັນສະກິດມາໃຊ້ໄດ້ຕາມຄວາມຈຳເປັນ”.

ທາງເລືອກຂອງພາສາລາວນັ້ນ ເຮົາອາດຕ້ອງເບີ່ງໃນບໍຣິບົດຂອງ ການເປັນພາສາໃນການເປັນ ເຄື່ອງມືສື່ສານຂ້າມພົມແດນຂອງຣັດແລະພົມແດນຊາດ ຫລາຍກວ່າການເປັນເຄື່ອງມືທາງການສຶກສາຫລືທາງວິຊາການ ການຄິດແບບນີ້ບໍ່ແມ່ນ ຈະເຮັດໃຫ້ໄດ້ຜົນໃນເວລາສັ້ນໆ ແຕ່ຕ້ອງໃຊ້ເວລາເປັນທົດສະວັດ ໃນການກຽມຄວາມພ້ອມ ຫາກເຮົາຕ້ອງການໃຫ້ ສປປ.ລາວ ເພີ່ມຂີດຄວາມສາມາດ ໃນການແຂ່ງຂັນໃນປີ 2030 ທີ່ຈະມາເຖີງ ຈ່ຶງເປັນສິ່ງຫນຶ່ງທີ່ເຮົາຄວນຄິດໄວ້ ເຊ່ັນການໃຊ້ວິທີການທີ່ເປັນ ສາກົນໃຫ້ຄົນທີ່ສົນໃຈເຂົ້າ ເຖີງຕົວອັກສອນລາວ ໂດຍ click ທີ່ພາສາລາວ (iPad iPhone iPod iTunes ທີ່ Steve Jobs ສ້າງໄວ້) ໃຫ້ເຫັນຕົວອັກສອນລາວແລະ ໄດ້ຟັງສຽງໄປພ້ອມ ແບບທີ່ເຂົາໃຊ້ຮຽນພາສາອັງກິດຫລືພາສາຈີນນັ້ນເອງ ຫລືເພງລາວທີ່ມ່ວນໆ ທີ່ມີອັກສອນລາວປາກົດໃຫ້ເຫັນ ຫລືຮູບເງົາທີ່ມີອັກສອນລາວ ການນຳໃຊ້ເຕັກໂນໂລຊີໃຫມ່ໆ ແບບນີ້ແມ່ນວິທີການສົ່ງເສີມພາສາລາວໄດ້ທັງນັ້ນ ອັນນີ້ເປັນວິທີຫລືແນວຄິດພື້ນທີ່ ທາງສັງຄົມຂ້າມຣັດຊາດຫລືຂ້າມພົມແດນຣັດ (Transnationalism Social Space) ຄືພາສາຂ້າມພົມແດນຣັດ ຫລືພົມແດນຊາດ ອັນຫມາຍເຖີງປາກົດການໃຫມ່ທີ່ພວມ ເກີດຂື້ນໃນຍຸກໂລກາພິວັດ ທີ່ເອີ້ນວ່າເປັນການໄຫລຣະດັບໂລກ ແຕ່ໃນສັງຄົມຣະດັບຂ້າມພົມແດນ ນັ້ນເປັນການໄຫລຣະດັບທ້ອງຖິ່ນ ຫລືຂົງເຂດເທົ່ານັ້ນ ຊຶ່ງຕົວສະແດງຫລືຕົວ ກະທຳຈະບໍ່ແມ່ນຣັດ (Non-State Actors).

ສະນັ້ນ ສ່ວນຕົວຂ້າພະເຈົ້າແມ່ນ ເປັນຫ່ວງພາສາລາວທີ່ບໍ່ສາມາດພັດທະນາ ຕາມທັມມະຊາດຂອງມັນໄດ້ ເຫມືອນເພ່ືອນບ້ານທີ່ຢູ່ໃນສາຍວັດທະນະທັມດຽວກັນ ໂດຍສະເພາະການໃຊ້ອັກສອນລາວພຽງຊາວຫົກເຄ່ີງຫລື 261/2 ເພາະຕົວ “ຣ” ຖືກໃຊ້ພຽງເຄີ່ງດຽວ ໃນຄວາມຮູ້ອັນເລັກນ້ອຍຂອງຂ້າພະເຈົ້ານັ້ນ ເຫັນວ່າເປັນການບໍ່ສອດຄ່ອງກັບ ທິດສະດີໂຄງສ້າງຫນ້າທີ່ນິຍົມ ແລະທິດສະດີສັນຍະລັກສຳພັນ, ການແກ້ໄຂບັນຫາພາສາລາວ ນັ້ນຂ້າພະເຈົ້າເຄີຍເວົ້າຫລາຍຄັ້ງວ່າ ງ່າຍນິດດຽວຄື “ໃຫ້ເອົາຕົວ ຣ ເຂົ້າທີ່” ເປັນຫຍັງຂ້າພະເຈົ້າຈຶ່ງເວົ້າແນວນີ້ ກໍຍ້ອນເຫັນວ່າບັນ ຫາຫລັກຂອງພາສາລາວຢູ່ທີ່ “ຣ” ເທົ່ານັ້ນ ເພາະຕົວ “ຣ” ເປັນຕົວຂັດຈັງ ຫວະອັກສອນຕົວອ່ືນໆ ເຫມືອນທິດສະດີໂຄງສ້າງຫນ້າທີ່ນິຍົມທີ່ບອກວ່າ ອະໄວຍະວະທຸກສ່ວນ ໃນຮ່າງກາຍມີຫນ້າທີ່ຂອງມັນ ຖ້າມັນມີຄວາມສົມ ບູນອະໄວຍະວະສ່ວນອ່ືນກໍສົມບູນ ຫລືເຫມືອນກົນໄກການທຳງານ ຂອງນາລິກາຖ້າກົນໄກໃດຫນ່ຶງຂັດຂ້ອງນາລິກາກໍເດີນ ຍາກຫລືເກືອບບໍ່ເດີນ ໃນທາງພາສາກໍຄືກັນ ເມື່ອຕົວ “ຣ” ເປັນອຸປະສັກໂດຍມັນບໍ່ເຂົ້າທີ່ ອັນເປັນທີ່ຂອງມັນ ແຕ່ຕົວອື່ນມາເຂົ້າແທນ ເຊ່ັນຣັດເປັນລັດ, ຣົດເປັນລົດ, ພາຣະເປັນພາລະ, ຣາຊາເປັນລາຊາ, ຣັດຖະການເປັນລັດຖະການ, ເອກະຣາດເປັນເອກະລາດ, ກໍຣະນີເປັນກໍລະນີ, ຣາສີເປັນລາສີ, ຣະດູການເປັນລະດູການ, ຣະບຽບເປັນລະບຽບ, ຣະຫັດເປັນລະຫັດ ເປັນຕົ້ນ ການກະທຳແບບນີ້ນອກຈາກ ບໍ່ຖືກຕາມທິດສະດີ ໂຄ້ງສ້າງຫນ້າທີ່ແລ້ວ ຍັງສະແດງວ່າ ບໍ່ຮູ້ທິດສະດີສັນຍະລັກ ສຳພັນທີ່ໃຊ້ອັກສອນ ຮູບຮ່າງ ວັດຖຸແລະສີສັນເປັນສື່ ຄວາມຫມາຍຫລືເພື່ອ ສື່ຄວາມຫມາຍ ເມື່ອໃຊ້ຜິດຫລືບໍ່ໃຊ້ມັນກໍບໍ່ສື່ ສະນັ້ນຖ້າສາມາດເອົາຕົວ “ຣ” ເຂົ້າທີ່ໄດ້ຕາມຄວາມ ຈໍາເປັນຫລືຕາມທີ່ມາ ຂອງມັນໄດ້ແລ້ວ ຕົວອ່ືນໆກໍຄ່ອຍໆປັບ ແຕ່ກໍບໍ່ແມ່ນທັງຫມົດ ຕ້ອງເບີ່ງຕາມທີ່ການ ຂັດຈັງຫວະຫລືເມື່ອໃຊ້ຕົວອື່ນ ແທນແລ້ວມີບັນຫາຊ່ຳໃດ, ຫລື ຖ້າມີຜູ້ຮູ້ຈີງກໍຄວນເຊີນມາອະທິ ບາຍປະເດັນນີ້ແກ່ ສາທາຣະນະຊົນໃນ ຮູບບົດຄວາມຫລືຕຳຣາຫລື ການວິໄຈທາງຄຸນນະພາບທີ່ຖືກຕ້ອງ ຖ້າບໍ່ດັ່ງນັ້ນ ອາດຫມາຍເຖີງເຮົາບໍ່ ຮູ້ທີ່ມາຂອງພາສາລາວ ບໍ່ຮູ້ຄວາມເປັນມາ ຂອງພາສາລາວ ບໍ່ເຂົ້າໃຈພາບລວມຂອງທີ່ ມາຂອງພາສາໃນຂົງເຂດດຽວກັນ; ຖ້າຕົວ “ຣ” ເຂົ້າທີ່ແລ້ວ ຕໍ່ຈາກນັ້ນຈຶ່ງທຳວັດຈະ ນານຸກົມໃຫ້ໄດ້ ມາດຕະຖານທີ່ໃກ້ຄຽງກັບ ພຣະຣາຊະໂອງການທີ່ 10 ຫລືໃຫ້ດີກວ່າ ໂດຍຄຳທຸກຄຳໃຫ້ມີຄຳທີ່ເປັນຮາກສັບ ທີ່ເຕັມສ່ວນຢູ່ໃນວົງເລັບທີ່ພິມດ້ວຍຕົວຫນາ ຈາກນັ້ນອະທິບາຍທີ່ມາທີ່ໄປໃນການສະກົດວ່າມີແນວໃດແນ່ ໂດຍໃຫ້ຍຶດທາງສາຍກາງ (ມັດຊິມາ) ຄືການຮັກສາເຫງົ້າ ແຕ່ບໍ່ແມ່ນຮັກສາຮາກ ເຊ່ັນ ສາຕ ຖ້າຂຽນເຕັມເປັນ ສາສຕຣ໌ ແຕ່ບໍ່ຄວນເປັນ ສາດ ເພາະຄວາມຫມາຍເປັນອື່ນໄດ້, ປະວັຕສາຕ ຂຽນເຕັມຄືປະວັຕຕິສາຕຣ໌, ຣັຕ ຂຽນເຕັມຄື ຣັຕຕະນະ, ທາຕ ມາຈາກ ທາຕຸ, ຊາຕ ມາຈາກ ຊາຕິແລະຄຳອ່ືນໆເຊ່ັນ ວັດ(ແທກ) ວັທ(ວັດທະນາ) ວັຕ(ກົມ) ວັຖ(ເລ່ືອງ-ຊີ້ແຈງ) ວັຈ(ຄຳ-ວາຈາ) ວັສ(ຝົນ) ວັຊ(ຜິດ-ໂທດ) ຕົວຢ່າງທັງ 7 ຄຳຂອງຄຳວ່າ “ວັດ” ທີ່ຍົກມານີ້ອອກສຽງດຽວຄື ວັດ ແຕ່ມີຄວາມຫມາຍຕ່າງ ຖ້າເຮົາໃຊ້ ວັດ ຄຳດຽວ ມັນກໍແທນຄຳດຽວ ເພາະອັກສອນຫລືຕົວອັກສອນ ມັນຈະສ່ືຄວາມຫມາຍ ເມື່ອບໍ່ເຫັນມັນກໍສື່ບໍ່ໄດ້ ຈຶ່ງຄວນພະຍາມນຳຄົນລາວ ເຂົ້າສູ່ຄວາມເປັນຈີງທີ່ບັນພະບຸຣຸດລາວສ້າງເອົາໄວ້ ເພື່ອໃຫ້ຄົນລາວຄ່ອຍໆຟື້ນຄວາມເຂົ້າໃຈກັບຄືນມາ ຈະຖືວ່າເລັກນ້ອຍບໍ່ໄດ້ ເພາະເລັກນ້ອຍຄືໃຫຍ່ຕາມທິດສະດີ reductionism ພ້ອມກັນນັ້ນກໍເຂົ້າໄປ ຈັດການກັບຕົວຊີ້ວັດທັງ 10 ຕົວໃຫ້ໄດ້ແລ້ວ ກໍເຊ່ືອວ່າພາສາລາວ ຈະຍັງມີໂອກາດເປັນພາສາ ຫນ່ຶງໃນໂລກ ແລະຂະຫຍັບອັນດັບຂື້ນມາໄດ້ ຕາມການຈັດຂອງ “Entropy”.

ສະຣຸບ: ສິດທິມະນຸດຊົນດ້ານວັດທະນະທັມມີເປົ້າໝາຍ ເພື່ອຈັນໂລງຄວາມເປັນມະນຸດໃນວັດທະ ນະທັມນັ້ນໆ ກໍຄືໃນກຳເນິດຂອງພາສານັ້ນໆ ແຕ່ເນື່ອງຈາກຄວາມເປັນມະນຸດ ທີ່ຕ້ອງປະກອບຂຶ້ນດ້ວຍສອງສ່ວນຄື ສ່ວນທີ່ເປັນປັດເຈກະຊົນ ກັບສ່ວນທີ່ເປັນສະມາຊິກ ຂອງກຸ່ມຊຸມຊົນແລະສັງຄົມ ວັດທະນະທັມຈຶ່ງຕ້ອງຈັນ ໂລງມະນຸດທັງໃນສອງຖານະດັ່ງກ່າວ ທັງນີ້ເພື່ອຄວາມຢູ່ລອດປອດໄພ ແລະການພັດທະນາຂອງປັດເຈກະຊົນ ກຸ່ມຊຸມຊົນແລະສັງຄົມພ້ອມກັນໄປ ດັ່ງນັ້ນຈຶ່ງກ່າວໄດ້ວ່າ ວັດທະນະທັມດັ້ງເດີມນອກຈາກ ຈະຕ້ອງບໍ່ຖືກທຳລາຍແລ້ວ ກັບຕ້ອງສົ່ງເສີມຄວາມ ເປັນຮາກເຫງົ້າດັ້ງເດີມ ມະນຸດທີ່ມີສັກສີ ມີສິດທິເສລີພາບ ຄວາມສະເໝີພາບ ແລະພະຣາດອນພາບ ຣະຫວ່າງມະນຸດໃນຖານະ ທີ່ເປັນປັດເຈກະຊົນ ແລະພ້ອມກັນນັ້ນສິດທິ ເສລີພາບ ຄວາມສະເໝີພາບ ແລະພະຣາດອນພາບ ຂອງປັດເຈກະຊົນກໍຕ້ອງຄຳນຶງເຖິງວັດທະນະທຳ ດັ້ງເດີມຂອງເຂົາດ້ວຍເຊັ່ນດຽວກັນ ກ່າວອີກຢ່າງໜຶ່ງກໍຄື ສິດທິມະນຸດກັບວັດທະນະທັມ ດັ້ງເດີມຂອງເຂົາຈະຕ້ອງໄດ້ຮັບການປົກປັກຮັກສາ ແລະບູຣະນາການໃຫ້ຍັງຄົງຢູ່ຕໍ່ໄປ.

ບັນນານຸກົມ:

ກະຊວງຖະແຫລງຂ່າວແລະວັດທະນະທັມ. (2010). ນະໂຍບາຍການພັດທະນາດ້ານ ຖະແຫລງຂ່າວແລະວັດທະນະທັມຕັ້ງແຕ່ປີ 2010-2020 ສາທາຣະນະຣັດປະຊາທິປະໄຕປະຊາຊົນລາວ. ນະຄອນຫລວງວຽງຈັນ: ໂຮງພິມແຫ່ງລັດ.

ໄກສອນ ພົມວິຫານ. (1976). ການປ່ຽນແປງລະບອບການປົກຄອງ. ນະຄອນຫລວງວຽງຈັນ: ໂຮງພິມແຫ່ງລັດ.

ຄະນະໂຄສະນາອົບຮົມສູນກາງພັກ. (2006). ແນວຄິດຂອງປະທານໄກສອນ ພົມວິຫານໃນການສ້າງແລະຂະຫຍາຍລະບອບປະຊະທິປະໄຕ ປະຊາຊົນຕາມເສັ້ນທາງສັງຄົມນິຍົມ. ນະຄອນຫລວງວຽງຈັນ: ໂຮງພິມແຫ່ງລັດ.

ຄະນະໂຄສະນາອົບຮົມສູນກາງພັກ. (2003). ມາດຕະຖານຄວາມຮູ້ດ້ານທິດສະດີ-ການເມືອງຊັ້ນຕົ້ນ (ສຳລັບພະນັກງານ). ຮ່າໂນ້ຍ: ສຳນັກພິມຈຳຫນ່າຍການເມືອງແຫ່ງຊາດ.

ຄະນະຊີ້ນຳຄົ້ນຄວ້າທິດສະດີແລະພຶດຕິກັມສູນກາງພັກ. (1997). ປະຫວັດສາດພັກປະຊາຊົນປະຕິວັດລາວ (ໂດຍສັງເຂບ). ນະຄອນຫລວງວຽງຈັນ: ໂຮງພິມແຫ່ງລັດ.

ສະຖາບັນການເມືອງແລະການປົກຄອງແຫ່ງຊາດ ຄະນະວິຊາປັດຊະຍາ. (2004). ປື້ມແບບຮຽນວິຊາທິດສະດີວັດ ທະນະທັມ. ນະຄອນຫລວງວຽງຈັນ: ໂຮງພິມແຫ່ງລັດ.

ສຸເນດ ໂພທິສານແລະຄະນະ. (2000). ປະຫວັດສາດລາວ ດຶກດຳບັນ-ປັດຈຸບັນ. ນະຄອນຫລວງວຽງຈັນ: ໂຮງພິມແຫ່ງລັດ.

ສຸເນດ ໂພທິສານ. (2549). ສັງຄົມ-ວັດທະນະທຳລາວໃນ “ລາວສຶກສາ” ໜ້າ147-206, ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາໄລ ມະຫາສາຣະຄາມ.

ສຸເນດ ໂພທິສານ. (2010). ທິດສະດີພະລະວັດແລະກະບວນທັດທາງວັດທະນະທຳ. ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາໄລ ມະຫາສາຣະຄາມ.

ສຸເນດ ໂພທິສານ. (2009). ທິດສະດີຄວາມສຳພັນເຊີງຊາດພັນວັນນາ, ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາໄລມະຫາສາຣະຄາມ.

ສຸເນດ ໂພທິສານ. (2009). ການວິໄຈທາງວັດທະນະທັມ, ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາໄລມະຫາສາຣະຄາມ.

ສຸເນດ ໂພທິສານ. (2007). ສາມເສົ້າວິທະຍານິພົນເຊີງຄຸນນະພາບ, ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາໄລມະຫາສາຣະຄາມ.

ສຸເນດ ໂພທິສານ. (2007). ສາສນາສາດ, ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາໄລມະຫາສາຣະຄາມ.

ສຸເນດ ໂພທິສານ. (2006). ວັດທະນະທັມຂອງກຸ່ມຊາດພັນລາວ, ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາໄລມະຫາສາຣະຄາມ.

ສຸເນດ ໂພທິສານ. (2009). ການວິໄຈຂວ້າມວັດທະນະທັມ, ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາໄລມະຫາສາຣະຄາມ.

ສຸເນດ ໂພທິສານ. (2007). ສຳມະນາແນວຄິດທິດສະດີທາງສັງຄົມສາດເຊີງບູຣະນາການ, ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາ ໄລມະຫາສາຣະຄາມ.

ສຸເນດ ໂພທິສານ. (2547). ປະຫວັດສາດທ້ອງຖິ່ນລຸ່ມແມ່ນ້ຳຂອງ, ໃນລວມບົດຄວາມທາງວິຊາການໄທສຶກສາ ເອກະສານລຳດັບທີ 1 ຫນ້າ 10-18, ມະຫາສາຣະຄາມ: ໂຄງການປະຣິນຍາເອກໄທສຶກສາ ຄະນະມະນຸດສາດແລະສັງຄົມສາດ, ມະຫາວິທະຍາໄລມະຫາສາຣະຄາມ.

ສຸເນດ ໂພທິສານ. (2007). ການວິໄຈປະຍຸກທາງວັດທະນະທັມ, ມະຫາສາຣະຄາມ: ສະຖາບັນວິໄຈສິລະປະແລະວັດທະນະທຳອີສານ, ມະຫາວິທະຍາໄລມະຫາສາຣະຄາມ.

ສຸເນດ ໂພທິສານ. (2554). ຄວາມເຊ່ືອ ປັດຊະຍາ ສາສນາແລະວັດທະນະທຳ, ຂອນແກ່ນ: ຄະນະສິລະປະກັມສາດ, ມະຫາວິທະຍາໄລຂອນແກ່ນ.

Author: Souneth Phothisane Filed Under:
Article Published Date Hits: 2018

 

Locations of visitors to this page